spot_img
Homeຂ່າວຕ່າງປະເທດມາເລເຊຍສັ່ງປິດໂຮງຮຽນກວ່າ 400 ແຫ່ງ ເຫດຈາກມົນລະພິດທາງອາກາດ

ມາເລເຊຍສັ່ງປິດໂຮງຮຽນກວ່າ 400 ແຫ່ງ ເຫດຈາກມົນລະພິດທາງອາກາດ

Published on

ຊາວມາເລເຊຍໃນລັດຢະໂຮຕ້ອງຫວາດຜະຫວາເມື່ອເຈິກັບບັນຫາມົນລະພິດທາງອາກາດສົ່ງຜົນໃຫ້ນັກຮຽນເກືອບ 100 ຄົນເຈັບປ່ວຍກະທັນຫັນ ພ້ອມນີ້ ລັດຖະບານກໍໄດ້ສັ່ງປິດໂຮງຮຽນກວ່າ 400 ແຫ່ງ ພ້ອມນຳຈັບຄົນຜິດມາລົງໂທດ.

ປະຊາຊົນໃນລັດຢະໂຮກຳລັງວິຕົກກັງວົນກ່ຽວກັບບັນຫາມົນລະພິດທາງອາກາດເຖິງຂັ້ນຕ້ອງປິດໂຮງຮຽນຫຼາຍກວ່າ 400 ແຫ່ງ ໃນນັ້ນ ລະດັບປະຖົມ ແລະ ມັດທະຍົມຕົ້ນຂອງລັດ 100 ແຫ່ງ ລວມທັງໂຮງຮຽນອະນຸບານເອກະຊົນອີກ 300 ແຫ່ງ ຫຼັງຈາກທີ່ມີນັກຮຽນຢ່າງໜ້ອຍ 75 ຄົນເຈັບປ່ວຍກະທັນຫັນຈາກພາວະຫາຍໃຈລຳບາກ ແລະ ຮາກຮຸນແຮງ.

ຂະນະທີ່ໂຮງຮຽນຫຼາຍແຫ່ງໃນເຂດອຸດສາຫະກຳປາເຊີຣ ກູດັງ ຈະຖືກປິດ ແລະ ໂຈະການຮຽນ-ການສອນເຖິງວັນທີ 27 ມິຖຸນາ 2019 ໂດຍເຈົ້າໜ້າທີ່ຂອງມາເລເຊຍກຳລັງດຳເນີນການສືບສວນຫາສາເຫດທີ່ເຮັດໃຫ້ເກີດບັນຫາມົນລະພິດທາງອາກາດຢ່າງຮຸນແຮງໃນລັດຢະໂຮຣ.

ທັງນີ້ ເມື່ອເດືອນມີນາຜ່ານມາມີຊາວມາເລເຊຍປະມານ 4.000 ຄົນຊຶ່ງສ່ວນໃຫຍ່ເປັນເດັກເກີດອາກາດເຈັບປ່ວຍຫຼັງຈາກຜູ້ປະກອບການກະທຳຜິດກົດໝາຍດ້ວຍການຖິ້ມຂອງເສຍ ແລະ ສານເຄມີຫຼາຍກວ່າ 40 ໂຕນລົງໃນແມ່ນ້ຳ ຄິມ ຄິມ ຂະນະທີ່ເຈົ້າໜ້າທີ່ກູ້ໄພ ແລະ ດັບເພີງຂອງມາເລເຊຍລະບຸວ່າ ສານເຄມີທີ່ຖືກນຳມາຖິ້ມລົງໃນແມ່ນ້ຳເປັນສານເຄມີຊະນິດຕ່າງກັນຢ່າງໜ້ອຍ 15 ລວມທັງສານໄຮໂດຣເຈນ ໄຊຍາໄນ ຊຶ່ງເປັນສານເຄມີອັນຕະລາຍທີ່ສຸດ ພ້ອມນີ້ ເຈົ້າໜ້າທີ່ຕຳຫຼວດກໍໄດ້ຕັ້ງຂໍ້ຫາຊາວມເລເຊຍ 2 ຄົນ ແລະ ຊາວສິງກະໂປ 1 ຄົນທີ່ກ່ຽວຂ້ອງກັບເຫດການດັ່ງກ່າວ.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: thairath

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...