spot_img
Homeອະນິເມະມາເບິ່ງ 9 ສະຖານທີ່ໃນເລື່ອງ Your Name (Kimi no Nawa) ຫຼື "ຫຼັບຕາຝັນ ເຖິງຊື່ເຈົ້າ" ທີ່ມີຢູ່ແທ້ນຳກັນ

ມາເບິ່ງ 9 ສະຖານທີ່ໃນເລື່ອງ Your Name (Kimi no Nawa) ຫຼື “ຫຼັບຕາຝັນ ເຖິງຊື່ເຈົ້າ” ທີ່ມີຢູ່ແທ້ນຳກັນ

Published on

ຫຼັງຈາກທີ່ຜູ້ຂຽນໄດ້ມີໂອກາດໄດ້ເບິ່ງຮູບເງົາອະນິເມຊັ່ນເລື່ອງ Your Name (Kimi no Nawa) – “ຫຼັບຕາຝັນ ເຖິງຊື່ເຈົ້າ” ພາຍໃນເລື່ອງນັ້ນເອກກະລັກເດັ່ນໆເລີຍກໍຄືສະຖານທີ່ຕ່າງໆແທບສະສົມຈິງຄືກັບວ່າມີຢູ່ແທ້ໆກັນເລີຍ ດ້ວຍງານພາບຂອງອາຈານ “ມາໂຄໂຕະ ຊິນໄຄ” ທີ່ເປັນຈຸດດຶງດູດຢ່າງໜຶ່ງໃຫ້ຜູ້ຂຽນເຂົ້າໄປຊົມ (ລວມເຖິງມີຄົນມາສະປອຍໃຫ້ຟັງວ່າເລື່ອງນີ້ຈົບແບບ Happy Ending ^^) ເລີຍເຮັດໃຫ້ຜູ້ຂຽນຕັດສິນໃຈໄປເບິ່ງຈົນໄດ້, ມາໃນມື້ນີ້ເລີຍຈະເອົາສະຖານທີ່ຕ່າງໆໃນເລື່ອງມາຝາກນຳກັນ ຈະເປັນສະຖານທີ່ໃດກັນແດ່ມາເບິ່ງນຳກັນເລີຍ. 

1. ຕຶກ NTT Docomo Yoyogi Building ແຂວງໂຕກຽວ

     ຕຶກສູງທີ່ຕັ້ງຢູ່ໃນເຂດຊິບຸຢະ ແຂວງໂຕກຽວ ມີອາຄານສູງ 240 ແມັດ ທີ່ສູງເປັນອັນດັບ 3 ຂອງຕຶກສູງໃນໂຕກຽວ ແລະໃນປີ ຄ.ສ 2002 ໄດ້ມີການຕິດຕັ້ງໂມງເທິງຍອດຕຶກ ເຮັດໃຫ້ກາຍເປັນຫໍໂມງທີ່ສູງທີ່ສຸດໃນໂລກ. 

2. ຂົວລອຍໜ້າສະຖານີລົດໄຟ ຊິນາໂນະມາຊິ ແຂວງໂຕກຽວ

     ຂົວລອຍໜ້າສະຖານີລົດໄຟ ຊິນາໂນະມາຊິ ເຂດຊິບຸຢະ ແຂວງໂຕກຽວ ແລະເມື່ອຂ້າມໄປຈະພົບກັບສະຖານທີ່ທ່ອງທ່ຽວທີ່ມີຊື່ວ່າ: Meiji Jingu Gaien ຖ້າໃຫ້ນັກທ່ອງທ່ຽວໄປສຳຜັດຢູ່

3. ສານເຈົ້າສຸກະ (Suga Shrine)

     ຕັ້ງຢູ່ເຂດທີ່ຢູ່ອາໄສໃນເຂດ Shinjuku ເມື່ອຍ່າງຂຶ້ນໄປຕາມທາງຍ່າງນີ້ຈະຂຶ້ນໄປຈະພົບກັບ ສານເຈົ້າສຸກະ (Suga Shrine)

4. ອຸໂມງຂ້າມສີ່ແຍກ ໃນເຂດຊິນຈູກຸ ແຂວງໂຕກຽວ

     ອຸໂມງຂ້າມສີ່ແຍກແຫ່ງນີ້ຕັ້ງຢູ່ໃນເຂດ ນິຊິ-ຊິນຈູກຸ (Nishi-Shinjuku)

5. ສູນຈັດສະແດງງານສິນລະປະແຫ່ງຊາດ (The National Art Center) ແຂວງໂຕກຽວ

     ສູນຈັດສະແດງງານສິນລະປະແຫ່ງຊາດ (The National Art Center, Tokyo) ຕັ້ງຢູ່ໃນເຂດຣົບປົງຫງິ ເປັນພິພິທະພັນສິນລະປະທີ່ໃຫຍ່ທີ່ສຸດຂອງຍີ່ປຸ່ນ ເປີດໃຫ້ເຂົ້າຊົມໃນປີ 2007, ຢູ່ນີ້ແຕກຕ່າງຈາກບ່ອນອື່ນເພາະວ່າຈະບໍ່ມີການຈັດສະແດງສິນລະປະແບບຖາວອນ ແຕ່ຈະເປັນການຈັດສະແດງແບບຊົ່ວຄາວ ແລະເຄີຍມີການຈັດງານນິທົດສະການທີ່ມີຜູ້ເຂົ້າຊົມຫຼາຍທີ່ສຸດເປັນອັນດັບ 2 ຂອງໂລກນັບຕັ້ງແຕ່ເປີດໃຫ້ບໍລິການໃນປີທຳອິດ.

6. ເກາະໂອກະຊິມະ (Aogashima Island) ແຂວງໂຕກຽວ

     “ເກາະໂອກະຊິມະ” ເກາະແຫ່ງນີ້ເປັນເກາະພູເຂົາໄຟທີ່ໄດ້ຮັບຂະໜານນາມວ່າ: “ເກາະເຂດຮ້ອນອັນລີ້ລັບຂອງປະເທດຍີ່ປຸ່ນ” ຫຼື (Japan’s Hidden Tropical Island) ເປັນເກາະພູເຂົາໄຟທີ່ຕັ້ງຢູ່ໃນທະເລຟິລິບປິນ ແລະຢູ່ຫ່າງຈາກກຸງໂຕກຽວໄປທາງທິດໃຕ້ ປະມານ 358 ກິໂລແມັດ. 

7. ສະຖານີລົດໄຟ ຮິດະ-ຟຸຣຸຄາວະ (Hida-Furukawa Station) ແຂວງກິຟຸ

     ສະຖານີລົດໄຟ ຮິດະ-ຟຸຣຸຄາວະ ທີ່ຕັ້ງຢູ່ໃນແຂວງກິຟຸ ປະເທດຍີ່ປຸ່ນ ໃນເມືອງຮິດະຟຸຣຸກາວະ ເຊິ່ງເປັນເມືອງທີ່ເກົ່າແກ່ທີ່ຖືກອະນຸລັກໄວ້ເປັນຢ່າງດີ ມີຂະໜາດນ້ອຍ, ງຽບສະຫງົບ ແລະເຕັມໄປດ້ວຍບ້ານບູຮານທີ່ຍັງເຫຼືອຢູ່. 

8. ສານເຈົ້າຮິດະ-ຊັນໂນະກຸ ຮິເອ (Hida-Sannogu Hie Shrine) ແຂວງກິຟຸ

 

     ສານເຈົ້າແຫ່ງນີ້ຕັ້ງຢູ່ໃນແຂວງກິຟຸ ຖືກໃຊ້ເປັນຕົ້ນແບບຂອງ Miyamizu Shrine ສານເຈົ້າທີ່ຢູ່ໃນເລື່ອງ, ສຳລັບສານເຈົ້າແຫ່ງນີ້ຖືກໃຊ້ເປັນສະຖານທີ່ຈັດງານ Takayama Festival ໜຶ່ງໃນເທດສະການປະເພນີທີ່ຍິ່ງໃຫຍ່ທີ່ສຸດຂອງຍີ່ປຸ່ນ ແຕ່ໃນອະນິເມະອາດມີຂະໜາດແຕກຕ່າງຈາກສະຖານທີ່ແທ້ຢູ່ແດ່. 

9. ທະເລສາບຊູວະ (Lake Suwa) ແຂວງນາກາໂນ້

     ທະເລສາບຊູວະ ແຫ່ງນີິຕັ້ງຢູ່ໃນແຂວງນາກາໂນ້ ເປັນໜຶ່ງໃນສະຖານທີ່ສຳຄັນທີ່ປະກົດຢູ່ໃນເລື່ອງ ແລະໃນລະດູຮ້ອນທະເລສາບແຫ່ງນີ້ຍັງມີການຈັດງານຊົມດອກໄມ້ໄຟທີ່ຍິ່ງໃຫຍ່ອີກງານໜຶ່ງຂອງປະເທດຍີ່ປຸ່ນອີກນຳ. 

**ທ້າຍນີ້ຂໍປິດທ້າຍດ້ວຍໂຕລະຄອນທີ່ຜູ້ຂຽນມັກໃນເລື່ອງທີ່ສຸດ ^^ ພ້ອມກັບຕົວຢ່າງຮູບເງົາ**

     ______ Miki Okudera ______

ຕົວຢ່າງຮູບເງົາ

https://youtu.be/hRfHcp2GjVI

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ, ເກມ ແລະ ອະນິເມະ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ: online station

ບົດຄວາມຫຼ້າສຸດ

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...

ເສຍຊີວິດສອງຄົນ ເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ລຸດອອກນອກລັນເວ ທີ່ສະໜາມບິນຮົງກົງ

ອຸບັດຕິເຫດເຮືອບິນຂົນສົ່ງສິນຄ້າ ເອມິເຣດ ໄຫຼອອກນອກລັນເວ ທີ່ສະໜາມບິນຮົງກົງ ເຮັດໃຫ້ເສຍຊີວິດສອງຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ຕຸລາ 2025 ນີ້ວ່າ: ເກີດເຫດເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ໄຫຼອອກນອກລັນເວຕຳກັບລົດຈົນຕົກທະເລ ທີ່ສະໜາມບິນຮົງກົງ ເຊິ່ງເຫດການດັ່ງກ່າວມີເຈົ້າທີ່ເສຍຊີວິດສອງຄົນ. ຕາມການລາຍງານລະບຸວ່າ:...

ຈະເປີດໃຫ້ບໍລິການໃນປີ 2030 ທາງລົດໄຟວຽງຈັນ-ໜອງຄາຍ ໂດຍຈະເລີ່ມລົງມືກໍ່ສ້າງໃນປີ 2027

ກອງ​ປະຊຸມ​ໄດ້​ຈັດ​ຂຶ້ນ​ຢູ່​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ແຫ່ງ ສປປ ລາວ ​ໃນ​ວັນ​ທີ 17 ຕຸລາ 2025 ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ກໍ່ສ້າງ​ຂົວ​ທາງ​ລົດ​ໄຟ​ຂ້າມ​ແມ່ນ້ຳຂອງ​ແຫ່ງ​ໃໝ່. ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ເປັນ​ປະທານ​ຮ່ວມ​ຂອງ​ທ່ານ ທ່ານ ຈັນທອນ...

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...