spot_img
Home​ຂ່າວບັນເທິງມາຮູ້ຈັກກັບ ມຸກດາວັນ ສັນຕິພອນ

ມາຮູ້ຈັກກັບ ມຸກດາວັນ ສັນຕິພອນ

Published on

ມຸກດາວັນ ສັນຕິພອນ – ສາວນັກຮ້ອງບ້ານທົງ ໝໍລຳບ້ານນາ ເຈົ້າຂອງຜົນງານເພງ ມົນຮັກບ່າວເມືອງວັງ , ສຽງແຄນແທນໃຈ , ເອີ້ນອ້າຍໃສ່ໝໍ້ໜຶ້ງ , ບ່າວທ່າແຂກ ສາວສະຫວັນ ເກີດມື້ວັນທີ 02/06/1997 ໃນຄອບຄົວຊາວນາ ພໍ່ຊື່ ສັນຕິໄຊ ສັນຕິພອນ ແມ່ຊື່ ສົມໝາຍ ສັນຕິພອນ ເປັນລູກສາວຫລ້າ ໃນຈຳນວນລູກ 6 ຄົນ ເປັນຊາວບ້ານ ບ້ານທາດອີງຮັງ ເມືອງໄກສອນ ພົມວິຫານ ແຂວງສະຫວັນນະເຂດ ສປປ.ລາວ

ມຸກດາວັນ ສັນຕິພອນ ໄດ້ເຂົ້າສູ່ວົງການເພງຍ້ອນວ່າ ໃນມື້ຊ້ອມວົງ ຂອງວົງດົນຕີອີເລັກໂທນກ້ວຍສຸກຂຽວ ຂາດນັກຮ້ອງ ໃນມື້ນັ້ນ ມຸກດາວັນ ສັນຕິພອນ ໄດ້ນັ່ງຢູ່ນັ້ນ ພໍ່ສັນຕິໄຊ ສັນຕິພອນ ພໍ່ມຸກດາວັນ ສັນຕິພອນຈຶງໄດ້ບອກໃຫ້ ມຸກດາວັນ ສັນຕິພອນ ລອງຮ້ອງເບິ່ງ ແລະກະເຫັນວ່າຮ້ອງໄດ້ດີພໍສົມຄວນ ນັບແຕ່ນັ້ນມາ ມຸກດາວັນ ສັນຕິພອນ ກະໄດ້ຮ້ອງປະຈຳໃນວົງດົນຕີ ກ້ວຍສຸກຂຽວ.

ຜົນງານ – ນັບແຕ່ເລີມຮ້ອງເພງກະໄດ້ເຂົ້າປະກວດຮ້ອງເພງ ແຕ່ອາຍຸ 5 ປີ ມີໄດ້ລາງວັນກະຫລາຍລາງວັນ ໃນປີ 2008 ມຸກດາວັນ ສັນຕິພອນ ໄດ້ມີໂອກາດເປັນສະມາຊິກສະໂມສອນວັດທະນະທຳ ແຂວງສະຫວັນນະເຂດ ໃນວຽກການຮ້ອງ ການລຳ ໃນປີ 2010 ມຸກດາວັນ ສັນຕິພອນ ໄດ້ມີໂອກາດເປັນສະມາຊິກນັກສະແດງ ແຂວງສະຫວັນນະເຂດ ຮັບໄຊງານສະຫລອງນະຄອນຫຼວງວຽງຈັນຄົບຮອບ 450 ປີ ໃນວຽກການຮ້ອງ ການລຳຄອນສະຫວັນ ລຳຜູ້ໄທ ແລະໄດ້ສະແດງໃນງານບຸນປະຈຳປີ ງານນະມັດສະການພຮະທາດຫລວງ ງານນະມັດສະການພຮະທາດອີງຮັງ ແລະງານປະເພນີຕ່າງໆຂອງສະມາຊິກສະໂມສອນວັດທະນະທຳ ແຂວງສະຫວັນນະເຂດ ທັ້ງໃນແລະຕ່າງປະເທດ.

ຜົນງານ – ໃນດ້ານການບັນທຶກສຽງ ວີຊີດີ ດີວີດີ. ຜົນງານຊຸດທຳອິດທີ່ ມຸກດາວັນ ສັນຕິພອນ ໄດ້ບັນທຶກສຽງ ຊື່ຊຸດ ຊຳລະແຜໃຈ ຮ້ອງລວມໝູ່ 4 ຄົນ ເພງທີ່ໄດ້ຮັບການຍອມຮັບ ຄືເພງໄຫວບໍ່ພໍ່ ຜົນງານຊຸດທີ່ 2 ມຸກດາວັນ ສັນຕິພອນ ໄດ້ບັນທຶກສຽງ ຊື່ຊຸດ ບ່າວທ່າແຂກ-ສາວສະຫວັນ ຮ້ອງຄູ່ ເພງທີ່ໄດ້ຮັບການຍອມຮັບ – ເພງບ່າວທ່າແຂກ-ສາວສະຫວັນ,ເພງເພຶ່ນມິມັກຂ່ອຍ ຜົນງານຊຸດທີ່ 3 ມຸກດາວັນ ສັນຕິພອນ ໄດ້ບັນທຶກສຽງ ຊື່ຊຸດ ມົນຮັກບ່າວເມືອງວັງ ຮ້ອງດ່ຽວ ເພງທີ່ໄດ້ຮັບການຍອມຮັບ – ເພງເອີ້ນອ້າຍໃສ່ໝໍ້ໜຶ້ງ , ເພງສຽງແຄນແທນໃຈ , ເພງມົນຮັກບ່າວເມືອງວັງ

ໃນປັດຈຸບັນ ມຸກດາວັນ ສັນຕິພອນ ກະຍັງເປັນ ສາວນັກຮ້ອງບ້ານທົງ ໝໍລຳບ້ານນາ ປະຈຳວັງດົນຕີອີເລັກໂທນກ້ວຍສຸກຂຽວ ໃຊ້ຊີວິດເປັນຊາວບ້ານ ບ້ານທາດອີງຮັງ ເມືອງໄກສອນ ພົມວິຫານ ແຂວງສະຫວັນນະເຂດ ສປປ.ລາວ

 

374977_127578080776554_1924820189_n

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...