spot_img
Homeຂ່າວຕ່າງປະເທດມາຮູ້ຈັກກັບຢາປິ່ນປົວຜູ້ຕິດເຊື້ອໂຄວິດ-19 “ໂມນູພິລາເວຍ”ແລະ “ແພັກໂລວິດ”

ມາຮູ້ຈັກກັບຢາປິ່ນປົວຜູ້ຕິດເຊື້ອໂຄວິດ-19 “ໂມນູພິລາເວຍ”ແລະ “ແພັກໂລວິດ”

Published on

ເວັບໄຊ້ຂ່າວຕ່າງປະເທດ ໄດ້ລາຍງານວ່າ: ໃນຕົ້ນເດືອນພະຈິກ 2021 ທີ່ຜ່ານມາ ໜ່ວຍງານກໍາກັບດູແລຢາຂອງປະເທດອັງກິດໄດ້ອະນຸມັດຢາປິ່ນປົວໂຄວິດ-19 ຊະນິດເມັດທີ່ໄດ້ຮັບການຜະລິດຂຶ້ນມາເພື່ອປິ່ນປົວຜູ້ຕິດເຊື້ອໂຄວິດ-19 ທີ່ສະແດງອາການແລ້ວ ໂດຍຈະຕ້ອງໃຫ້ຢາໂມນູພິລາເວຍໃຫ້ກັບຜູ້ຕິດເຊື້ອມື້ລະ 2 ຄັ້ງ.

ແລະ ຂ່າວນີ້ເອງກໍເຮັດໃຫ້ບໍລິສັດໄຟເຊີໄດ້ອອກມາທົດລອງຢາແພັກໂລວິດທີ່ມີຜົນການທົດລອງທີ່ໜ້າພໍໃຈ ແຕ່ກໍຍັງບໍ່ທັນໄດ້ຖືກຮັບຮອງຈາກປະເທດອັງກິດ. ບໍລິສັດໄຟເຊີມີແຜນທີ່ຍື່ນຜົນການທົດລອງນີ້ໃຫ້ກັບສໍານັກງານຄະນະກໍາມະການອາຫານ ແລະ ຢາ ຂອງປະເທດອາເມລິກາເພື່ອຂໍອະນຸມັດໃຫ້ມີການໃຊ້ຢາເປັນກໍລະນີສຸກເສີນ.

ຢາທັງສອງຊະນິດນີ້ ແຕກຕ່າງກັນແນວໃດ?

  • ຢາໂມນູພິຣາເວຍ ແມ່ນໄດ້ຮັບການພັດທະນາຂຶ້ນມາຈາກບໍລິສັດຜະລິດຢາຂອງປະເທດອັງກິດຫຼາຍແຫຼ່ງ ເຊິ່ງເປັນຢາປິ່ນປົວຜູ້ຕິດເຊື້ອໂຄວິດ-19 ຊະນີດທໍາອິດທີ່ສາມາດໃຊ້ແບບກິນເປັນເມັດໄດ້ ໂດຍໍ່ຕ້ອງສັກຢາເຂົ້າທາງເສັ້ນເລືອດ

  • ຢາແພັກໂລວິດ ເປັນຢາປິ່ນປົວໂຄວິດ-19 ຊະນິດເມັດທີ່ຖືກອອກແບບມາເພື່ອຢັບຢັ້ງໂປຕີນທີ່ເຊື້ອໄວຣັສຕ້ອງໃຊ້ໃນການເພີ່ມຈໍານວນ

ວິທີການກິນຢາ

  • ຢາໂມນູພິຣາເວຍ ໃນການປິ່ນປົວເພື່ອໃຫ້ໄດ້ຜົນດີຫຼາຍທີ່ສຸດຕ້ອງໃຫ້ກິນຢາພາຍໃນ 5 ມື້ທີ່ຮູ້ວ່າຕົນເອງຕິດເຊື້ອໂຄວິດ-10 ແລະ ຕ້ອງກິນຢາຄັ້ງລະ 4 ເມັດ ມື້ລະ 2 ເວລາ ທັງຕອນເຊົ້າ ແລະ ຕອນກາງຄືນ
  • ສ່ວນຢາແພັກໂລວິດ ຜູ້ຕິດເຊື້ອຕ້ອງກິນຢາຄັ້ງລະ 3 ເມັດ ມື້ລະ 2 ຄັ້ງ ເປັນເວລາ 5 ມື້

ໂດຍລວມແລ້ວປະສິດທິພາບຂອງຢາທັງສອງຊະນິດນີ້ບໍ່ໄດ້ມີຄວາມແຕ່ງຕ່າງກັນຫຼາຍ ແລະ ສາມາດໃຊ້ປິ່ນປົວຜູ້ຕິດເຊື້ອໂຄວິດ-19 ໄດ້ເຊັ່ນກັນ.

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...