spot_img
Homeຂ່າວການພັດທະນາມອບ-ຮັບ ເຄື່ອງຊ່ວຍເຫຼືອ ຈາກ ສປ ຈີນ ຮັບໃຊ້ກອງປະຊຸມອາຊຽນຢູ່ລາວ

ມອບ-ຮັບ ເຄື່ອງຊ່ວຍເຫຼືອ ຈາກ ສປ ຈີນ ຮັບໃຊ້ກອງປະຊຸມອາຊຽນຢູ່ລາວ

Published on

ກະຊວງ​ການ​ຕ່າງປະເທດ ຈັດ​ພິທີ​ມອບ-ຮັບ​ເຄື່ອງ​ຊ່ວຍເຫຼືອລ້າ​ຈາກ​ລັດຖະບານ ​ສປ ຈີນ ໃຫ້ແກ່ ​ສປປ ລາວ ເພື່ອ​ຮັບ​ໃຊ້ການ​ເປັນ​ເຈົ້າພາບ ແລະ ປະທານ​ອາ​ຊຽນ ປີ 2016 ຂຶ້ນ​ໃນວັນ​ທີ 8 ເມສາ 2016 ທີ່​ຫໍ​ປະຊຸມ​ແຫ່ງ​ຊາດ (NCC) ຕາງໜ້າໃຫ້​ແກ່​ລັດຖະບານ ​ສປ ຈີນ ມອບໂດຍ​ທ່ານ Guan Huabing ເອກ​ອັກ​ຄະ​ລັດ​ຖະ​ທູດ ແຫ່ງ ​ສປ ຈີນ ປະຈຳ​ລາວ ແລະ ຮັບໂດຍ​ທ່ານນາງ ຄຳ​ເພົາ ເອີນ​ທະວັນ ຮອງ​ລັດຖະມົນຕີ​ກະຊວງການ​ຕ່າງປະເທດ ມີ​ພະນັກງານທີ່​ກ່ຽວຂ້ອງ​ທັງ​ສອງ​ຝ່າຍ ​ເຂົ້າຮ່ວມ​ເປັນ​ສັກຂີ​ພິຍານ.

ເຄື່ອງ​ທີ່​ນຳ​ມາ​ມອບ​ຄັ້ງ​ນີ້ ປະກອບ​ມີ​ລົດ​ຈິບ (ຍີ່ຫໍ້ DONGFENG SUV) ຈຳນວນ 10 ຄັນ ລົດ​ເກງ (ຍີ່ຫໍ້ BYD SEDAN G6) ຈຳນວນ 20 ຄັນ ເຄື່ອງ X-Ray ກວດ​ຄວາມ​ປອດ​ໄພ ຈຳນວນ 4 ເຄື່ອງ ຄອມ​ພີວ​ເຕີ​ຕັ້ງ​ໂຕະ​ຈຳນວນ 150 ໜ່ວຍ ຄອມ​ພິວ​ເຕີແບບ​ພົກ​ພາ (Laptop) ຈຳນວນ 100 ໜ່ວຍ ແລະ ອຸປະກອນ​ຮັບໃຊ້​ຈຳນວນ​ໜຶ່ງ ເຄື່ອງ​ດັ່ງກ່າວ ຈະ​ນຳ​ໃຊ້​ເຂົ້າ​ໃນ​ການ​ກະກຽມວຽກ​ງານ​ດ້ານ​ຕ່າງໆ​ໃນ​ການເປັນ​ເຈົ້າພາບ ແລະ ປະທານ​ອາຊຽນ​ຂອງ ​ສປປ ລາວ 2016 ເປັນການ​ປະກອບສ່ວນ​ອັນ​ສຳຄັນ ເພື່ອ​ເຮັດ​ໃຫ້ການ​ເປັນ​ປະທານອາ​ຊຽນ​ຂອງ ​ສປປ ລາວ ມີ​ຜົນສຳເລັດ​ຢ່າງ​ຈົບງາມ.

ໃນ​ໂອກາດ​ນີ້ ທ່ານ​ນາງ ຄຳ​ເພົາ ເອີນ​ທະ​ວັນ ໄດ້​ຕາງໜ້າໃຫ້​ລັດຖະບານ ​ສປປ ລາວ ສະແດງ​ຄວາມ​ຂອບໃຈ​ຢ່າງ​ຈິງ​ໃຈ​ຕໍ່ລັດຖະບານ ​ສປ ຈີນ ທີ່​ໄດ້​ສືບຕໍ່ໃຫ້ການ​ສະໜັບສະໜູນ ແລະ ຊ່ວຍເຫຼືອ​ຕະຫຼອດ​ມາ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...