spot_img
Homeຂ່າວການພັດທະນາມອບ-ຮັບ ສູນຝຶກອົບຮົມແນວລາວສ້າງຊາດ ການຊ່ວຍເຫລືອຈາກ ລັດຖະບານ ສປ ຈີນ

ມອບ-ຮັບ ສູນຝຶກອົບຮົມແນວລາວສ້າງຊາດ ການຊ່ວຍເຫລືອຈາກ ລັດຖະບານ ສປ ຈີນ

Published on

ໂຄງການກໍ່ສ້າງສູນຝຶກອົບຮົມແນວລາວສ້າງຊາດ ເປັນໂຄງການຊ່ວຍເຫຼືອຈາກ ລັດຖະບານ ສປ ຈີນ ໃຫ້ແກ່ສູນກາງແນວລາວສ້າງຊາດ (ສນຊ) ໃນມູນຄ່າ 33.700.000 ຢວນ (ສະກຸນເງິນຈີນ) ໂຄງການດັ່ງກ່າວ ຕັ້ງຢູ່ໃກ້ສູນກາງແນວລາວສ້າງຊາດ ໄດ້ດຳເນີນການກໍ່ສ້າງມາແຕ່ວັນທີ 12/12/2014 ແລະ ສຳເລັດການກໍ່ສ້າງໂດຍພື້ນຖານ ໃນວັນທີ 30/6/2016 ໂດຍແມ່ນ ບໍລິສັດ ເຮີເປີຍກໍ່ສ້າງ ຈຳກັດ ສປ ຈີນ ຮັບເໝົາກໍ່ສ້າງ.

ສູນຝຶກອົບຮົມແນວລາວສ້າງຊາດ ປະກອບດ້ວຍອາຄານ 2 ຫຼັງຄື: ຫຼັງທີ 1 ເປັນອາຄານສອງຊັ້ນ ທີ່ປະກອບມີຫ້ອງເຮັດວຽກຂອງຄູ-ອາຈານ, ຫ້ອງປະຊຸມນ້ອຍ ແລະ ໃຫຍ່, ຫ້ອງຮຽນ, ຫ້ອງອາຫານ ແລະ ຫຼັງທີ 2 ເປັນອາຄານ 3 ຊັ້ນ ປະກອບມີ 36 ຫ້ອງນອນ ຊຶ່ງເປັນຫໍພັກຂອງຜູ້ມາຝຶກອົບຮົມ.

ພິທີມອບ-ຮັບໂຄງການຢ່າງເປັນທາງການ ໄດ້ຈັດຂຶ້ນໃນວັນທີ 17 ພະຈິກນີ້ ທີ່ສູນຝຶກອົບຮົມດັ່ງກ່າວ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດ, ມີທ່ານ ກວນຮວາປິງ ເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ, ມີບັນດາແຂກຖືກເຊີນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ທັງລາວ ແລະ ຈີນ ເຂົ້າຮ່ວມຢ່າງຫຼວງຫຼາຍ.

 

ແຫລ່ງຂ່າວ:

ປຊຊ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...