spot_img
Homeຂ່າວເຫດການມອບ - ຮັບໜ້າທີ່ລັດຖະມົນຕີວ່າການກະຊວງຍຸຕິທຳ

ມອບ – ຮັບໜ້າທີ່ລັດຖະມົນຕີວ່າການກະຊວງຍຸຕິທຳ

Published on

 

ໃນວັນທີ 12 ກັນຍານີ້ ຢູ່ກະຊວງຍຸຕິທຳໄດ້ມີພິທີເຊັນບົດບັນທຶກມອບ-ຮັບໜ້າທີ່ ລັດຖະມົນຕີວ່າການກະຊວງຍຸຕິທຳ

ລະຫວ່າງ ທ່ານ ສຈ ດຣ ຈະເລີນ ເຢຍປາວເຮີ ລັດຖະມົນຕີວ່າການກະຊວງຍຸຕິທຳຜູ້ເກົ່າ ໄປຮັບໜ້າທີ່ໃໝ່ຢູ່ສະຖາບັນ

ວິທະຍາສາດສັງຄົມແຫ່ງຊາດ ແລະ ທ່ານ ບຸນເກີດ ສັງສົມສັກ ອະດີດລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ

ເປັນລັດຖະມົນຕີວ່າການກະຊວງຍຸຕິທຳຜູ້ໃໝ່, ໂດຍການເຂົ້າຮ່ວມຂອງ ທ່ານ ອາຊາງ ລາວລີ ຮອງນາຍົກລັດຖະມົນຕີ.

 

ການມອບ-ຮັບໜ້າທີ່ດັ່ງກ່າວ ແມ່ນປະຕິບັດຕາມມະຕິຕົກລົງຂອງກົມການເມືອງສູນກາງພັກ ແລະ ລັດຖະດຳລັດຂອງ

ປະທານປະເທດ ແລະ ໃນໂອກາດດັ່ງກ່າວ ທ່ານ ສຈ. ດຣ ຈະເລີນ ເຢຍປາວເຮີ ລັດຖະມົນຕີວ່າການກະຊວງຍຸຕິທຳ

ຜູ້ເກົ່າ ໄດ້ຂຶ້ນກ່າວຍົກໃຫ້ເຫັນເຖິງບັນດາຜົນງານທີ່ຕົນໄດ້ຊີ້ນຳ-ນຳພາຕະຫລອດໄລຍະ 8 ປີຜ່ານມາວ່າ: ຕົນພ້ອມກັບ

ໝູ່ຄະນະໄດ້ມີຄວາມອົດທົນຜ່ານຜ່າ ປະຕິວັດວຽກງານວິຊາສະເພາະດ້ວຍຄວາມຮັບຜິດຊອບສູງ ໃນການເພີ່ມທະວີ

ວຽກງານນຳພາການເມືອງແນວຄິດ, ຕິດພັນກັບການປັບປຸງການຈັດຕັ້ງ, ຊຶ່ງສາມາດເຮັດໃຫ້ຂະແໜງຍຸຕິທຳໄດ້ຮັບ

ການພັດທະນາແລະ ເຕີບໃຫຍ່ ຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນນະພາບ, ວຽກງານວິຊາສະເພາະແຕ່ລະດ້ານ

ໄດ້ຮັບການປັບປຸງດ້ວຍບາດກ້າວທີ່ຕັ້ງໜ້າ ແລະ ດີຂຶ້ນເປັນຕົ້ນ: ໄດ້ເອົາໃຈໃສ່ນຳພາວຽກງານໂຄສະນາ, ເຜີຍແຜ່, ສຶກ

ສາອົບຮົມເພື່ອສ້າງສະຕິກົດໝາຍຢູ່ໃນສັງຄົມ ຕາມຂອບເຂດຄວາມຮັບຜິດຊອບຂອງຂະແໜງຍຸຕິທຳ ດ້ວຍຫລາຍ

ຮູບ-ຫລາຍວິທີສະແດງອອກຄື ຈັດຕັ້ງການໂຄສະນາເຜີຍແຜ່ກົດໝາຍໄດ້ 13.888 ເທື່ອ, ເຊິ່ງມີຜູ້ເຂົ້າຮ່ວມຮັບຟັງການ

ເຜີຍແຜ່ຈຳນວນ 2,2ລ້ານກວ່າຄົນ, ໃນນັ້ນ ຍິງ 7 ແສນກວ່າຄົນ.

 

ໂອກາດນີ້, ຮອງນາຍົກລັດຖະມົນຕີ ອາຊາງ ລາວລີ ກໍໄດ້ໃຫ້ກຽດໂອ້ລົມວ່າ: ການປັບປຸງກົງຈັກການຈັດຕັ້ງ, ການຍົກ

ຍ້າຍ, ການຊັບຊ້ອນພະນັກງານແມ່ນວຽກງານທີ່ຈຳເປັນຂອງພັກ-ລັດເຮົາ ແມ່ນກົດເກນ ແຫ່ງການຄົງຕົວ ແລະ ຂະ

ຫຍາຍຕົວຂອງລະບອບປະຊາທິປະໄຕປະຊາຊົນ ທີ່ຂຶ້ນກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນແຕ່ລະ

ໄລຍະ ທັງເປັນບ່ອນທົດສອບຄວາມຮູ້- ຄວາມສາມາດຂອງພະນັກງານແຕ່ລະຂັ້ນ, ເປັນບ່ອນກໍ່ສ້າງພະນັກງານໃນສະ

ໜາມຮົບຕົວຈິງ ເພື່ອສ້າງໃຫ້ພະນັກງານເຮົາມີບົດບາດຄຸ້ມຄອງນຳພາຮອບດ້ານ. ສະນັ້ນ, ຂໍໃຫ້ທັງສອງສະຫາຍຈົ່ງມີ

ຄວາມອຸ່ນອ່ຽງທຸ່ນທ່ຽງ ແລະ ເຊື່ອໝັ້ນຕໍ່ການນຳພາຂອງພັກ, ຕັ້ງໜ້າປະຕິບັດວຽກງານໃໝ່ທີ່ພັກ-ລັດມອບ ໝາຍ

ໃຫ້ໄດ້ຮັບໄຊຊະນະໃຫຍ່ຫລວງກວ່າເກົ່າ ແລະ ນຳຄວາມສົມບູນພູນສຸກມາສູ່ປະຊາຊົນ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...