spot_img
Homeຂ່າວທ້ອງຖິ່ນມອບ-ຮັບໂຄງການກໍ່ສ້າງສ້ອມແປງສູນບັນຊາ ແລະ ສະໜາມບິນຍົນບໍ່ມີຄົນຂັບ.

ມອບ-ຮັບໂຄງການກໍ່ສ້າງສ້ອມແປງສູນບັນຊາ ແລະ ສະໜາມບິນຍົນບໍ່ມີຄົນຂັບ.

Published on

ວິທະຍຸກະຈາຍສຽງແຫ່ງຊາດ ລາຍງານເມື່ອວັນທີ 6 ກໍລະກົດ 2020 ຕາມຂ່າວຈາກ lao​ people’s​ Army​news ໃຫ້ຮູ້ວ່າ: ໃນວັນທີ 2 ກໍລະກົດ ທີ່ຜ່ານມາ  ໂຄງການສື່ສານຮັບໃຊ້ການນຳ ແລະ ພາກລັດບໍລິຫານ ກົມໃຫຍ່ເສນາທິການກອງທັບໄດ້ຈັດພິ​ທີມອບ-ຮັບໂຄງການກໍ່ສ້າງ-ສ້ອມແປງ ສູນບັນຊາ ແລະ ສະ​ໜາມບິນຍົນບໍ່ມີຄົນຂັບ (Drone) ລະຫວ່າງ ບໍລິສັດ ແອວຊີຂາເຂົ້າ-ຂາອອກ ຈຳກັດ ຜູ້ດຽວກັບ ໂຄງການສື່ສານ ຮັບໃຊ້ການນຳ ແລະ ພາກລັດບໍລິຫານ ໂດຍການເຂົ້າຮ່ວມເປັນປະທານຂອງ ພົນໂທ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີ ພົນຈັດຕະວາ ຄຳຄິດ ໄຊສົງຄາມ ຫົວໜ້າກົມສື່ສານ ກົມໃຫຍ່ເສນາທິການກອງທັບ, ປະທານສະພາບໍລິຫານບໍລິສັດສະກາຍໂທລະຄົມ, ມີສະຫາຍ ກິນ້ອຍ ວິວົງພັນ ປະທານບໍລິສັດແອວຊີຂາເຂົ້າ-ຂາອອກຈຳກັດຜູ້ດຽວ ພ້ອມດ້ວຍ ພະ​ນັກງານວິຊາການກ່ຽວຂ້ອງເຂົ້າຮ່ວມ.

ໂຄງການດັ່ງກ່າວໄດ້ມີການ ເຊັນສັນຍາ ໄດ້ເລີ່ມລົງມືກໍ່ສ້າງ ໃນວັນທີ 27 ພະຈິກ 2019 ຫາ ວັນທີ 30 ເມສາ 2020 (ກຳນົດ ເວລາ 06 ເດືອນ) ລວມມູນຄ່າການກໍ່ສ້າງທັງໝົດ 46.704 ໂດລາ.

ໃນພິທີສະຫາຍ ກິນ້ອຍ ວິວົງພັນ ປະທານບໍລິສັດແອວຊີ ຂາເຂົ້າ ຂາອອກຈໍາກັດຜູ້ດຽວ ໄດ້ຂຶ້ນຜ່ານ ບົດລາຍງານຫຍໍ້ກ່ຽວກັບໂຄງການກໍ່ສ້າງ​ດັ່ງກ່າວ ເຊິ່ງໂຄງການກໍ່ສ້າງສູນບັນຊາການ ແລະ ສະໜາມບິນຍົນບໍ່ມີຄົນຂັບແມ່ນໂຄງການໜຶ່ງທີ່ມີຄວາມສຳຄັນຢ່າງຍິ່ງ ທີ່ນອນຢູ່ໃນແຜນຍຸດທະສາດ ການພັດທະນາຂອງກອງທັບໃຫ້ມີຄວາມເຂັ້ມແຂງ ແລະ ທັນສະໄໝຂຶ້ນເທື່ອລະກ້າວ ຮັບປະກັນວຽກງານສູ້ຮົບມີໄຊ. ດັ່ງນັ້ນ, ໂຄງການນີ້ແມ່ນສ່ວນໜຶ່ງຈະໄດ້ນຳໃຊ້ເຂົ້າໃນການເຝິກອົບຮົມຕົວຈິງໃນການຕິດຕໍ່ສື່ສານ ແລະ ບັງຄັບບັນຊາດ້ວຍຍົນບໍ່ມີຄົນຂັບໃຫ້ພະນັກງານຜູ້ນຳໃຊ້ສາມາດຮຽນຮູ້ ແລະ ປະ​ຕິບັດໜ້າທີ່ຢ່າງຊຳນານໃນການຕິດຕໍ່ສື່ສານ, ບັງຄັບບັນຊາ​ການບິນຍົນບໍ່ມີຄົນຂັບໃຫ້ໄປຕາມຈຸດປະສົງ, ເປົ້າໝາຍ, ໂດຍສະເພາະແມ່ນໃນຍາມໄພພິບັດຈາກທຳມະຊາດ ແລະ ພາວະເພີ່ມທະວີເພື່ອຊອກຄົ້ນ ແລະ ສືບຂ່າວຫາເປົ້າໝາຍ ເຊັ່ນ: ຈຸດພິກັດ GPS ຂອງວັດຖຸເທິງແຜນທີ່, ສະຖານີວິທະຍຸໃນພາກພື້ນດິນ, ຖ່າຍຮູບຄົງທີ່ ແລະ ບັນທຶກວີດີໂອ ທັງກາງເວັນ, ກາງ ຄືນໂດຍຜູ້ບັງຄັບການບິນສາມາດຮັບຮູ້ ແລະ ເຫັນສະພາບການເຄື່ອນໄຫວຕົວຈິງຢູ່ໃນພາກສະໜາມ ເພື່ອລາຍງານໃຫ້ຂັ້ນເທິງ, ເພື່ອສ້າງຄວາມຕັດ​ສິນໃຈ. ດັ່ງນັ້ນໂຄງການນີ້ແມ່ນມີຄວາມຈຳເປັນ ແລະ ທັນສະໄໝພ້ອມທັງເປັນ ວຽກງານອັນໃໝ່ທີ່ມີຄວາມທ້າທາຍຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການໃນສະເພາະໜ້າ ແລະ ສອດຄ່ອງກັບສະພາບການຕົວຈິງໃນປັດຈຸບັນ.

 

ຮຽບຮຽງຂ່າວ:​ ພຸດສະດີ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...