spot_img
Homeຂ່າວພາຍ​ໃນມອບເຮືອນ 14 ຫຼັງ ໃຫ້ຄອບຄົວທຸກຍາກບ້ານຜາລະແວກ

ມອບເຮືອນ 14 ຫຼັງ ໃຫ້ຄອບຄົວທຸກຍາກບ້ານຜາລະແວກ

Published on

ໃນວັນທີ 20 ມິຖຸນາ ຜ່ານມາ ທີ່ສະໂມສອນເມືອງຮົ່ມ ເຊິ່ງມີ ທ່ານ ພອຍຄໍາ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ ໄດ້ຈັດພິທີມອບ-ຮັບໂຄງການຊ່ວຍເຫຼືອກໍ່ສ້າງ-ສ້ອມແປງເຮືອນຢູ່ອາໄສ ຈໍານວນ 14 ຫຼັງ ໃຫ້ແກ່ 14 ຄອບຄົວຂອງລູກຫຼານວິລະຊົນ ທີ່ທຸກຍາກຢູ່ບ້ານຜາລະແວກ ເມືອງຮົ່ມ ແຂວງໄຊສົມບູນ, ທ່ານນາງ ນາລີ ສີສຸລິດ ປະທານທີ່ປຶກສາກິຕິມະສັກໂຄງການຈິດອາສາພັດທະນາຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ແລະ ທ່ານ ຄໍາເພັດ ດວງມາລາ ເຈົ້າເມືອງໆຮົ່ມ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງ ອິນແປງ ຊາມຸນຕີ ປະທານໂຄງການຈິດອາສາພັດທະນາຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ລາຍງານປະຫວັດຄວາມເປັນມາຂອງໂຄງການຈິດອາສາ ເຊິ່ງເປັນໂຄງການໜຶ່ງທີ່ເກີດຂຶ້ນຍ້ອນຄວາມເປັນຫ່ວງເປັນໃຍ ທີ່ມີຕໍ່ປະຊາຊົນຜູ້ທີ່ທຸກຍາກໃນຂອບເຂດທົ່ວປະເທດ ເພື່ອເຕົ້າໂຮມຄວາມສາມັກຄີລະຫວ່າງຄອບຄົວການນໍາຂັ້ນສູງຮ່ວມກັບພາກທຸລະກິດ. ສະນັ້ນ, ຈຶ່ງໄດ້ສ້າງຕັ້ງໂຄງ ການດັ່ງກ່າວເພື່ອປຸກລະດົມຄອບຄົວການນໍາ, ພາກທຸລະກິດ, ສະມາຄົມ ແລະ ມູນນິທິຕ່າງໆເພື່ອປະກອບສ່ວນຊ່ວຍເຫຼືອຄອບຄົວປະຊາຊົນທີ່ຍັງທຸກຍາກໃນຂອບເຂດທົ່ວປະເທດ ເພື່ອໃຫ້ເຂົາເຈົ້າໄດ້ມີຊີວິດການເປັນຢູ່ທີ່ດີຂຶ້ນກວ່າເກົ່າ. ພ້ອມນັ້ນ, ທ່ານຍັງໄດ້ລາຍງານການຈັດຕັ້ງປະຕິບັດໂຄງການກໍ່ສ້າງ-ສ້ອມແປງເຮືອນຢູ່ອາໄສໃຫ້ຄອບຄົວທຸກຍາກບ້ານຜາລະແວກ ເມືອງຮົ່ມ ແຂວງໄຊສົມບູນ ເຊິ່ງໂຄງການດັ່ງກ່າວໄດ້ເລີ່ມລົງມືກໍ່ສ້າງມາແຕ່ເດືອນພຶດສະພາ 2022 ເປັນຕົ້ນມາ ມາຮອດປັດຈຸບັນແມ່ນໄດ້ສໍາເລັດແລ້ວ 100% ຊຶ່ງປະກອບມີເຮືອນ ຈໍານວນ 14 ຫຼັງ, ໃນນັ້ນປຸກສ້າງໃໝ່ 12 ຫຼັງ, ສ້ອມແປງຈໍານວນ 2 ຫຼັງ ລວມມູນຄ່າການກໍ່ສ້າງ 878 ລ້ານກວ່າກີບ, ພ້ອມທັງມອບເງິນໃຫ້ເພື່ອທີ່ຈະໄປໃຊ້ໃນຊີວິດປະຈຳວັນ.

ໂອກາດດັ່ງກ່າວນີ້, ທ່ານນາງ ນາລີ ສີສຸລິດ ໄດ້ມີຄຳເຫັນພ້ອມຮຽກຮ້ອງໃຫ້ປະຊາຊົນ 14 ຄອບຄົວທີ່ໄດ້ຮັບເຮືອນໃນຄັ້ງນີ້ຈົ່ງເອົາໃຈໃສ່ປົກປັກຮັກສາເຮືອນທີ່ຕົນໄດ້ຮັບໃຫ້ມີຄວາມສະອາດ ແລະ ສາມາດນໍາໃຊ້ໄດ້ຍາວນານ. ຈາກນັ້ນທ່ານໄດ້ຕາງໜ້າໂຄງການຈິດອາສາກ່າວມອບ ແລະ ຕາງໜ້າອົງການປົກຄອງແຂວງກ່າວຮັບໂດຍທ່ານ ພອຍຄໍາ ຮຸ່ງບຸນຍວງ ໂດຍມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຄີພິຍານ.

ແຫຼ່ງຂ່າວຈາກ ປະຊາຊົນ

ບົດຄວາມຫຼ້າສຸດ

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...

ຮັດແໜ້ນການພົວພັນຮ່ວມມື ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າພົບປະລັດຖະມົນຕີກະຊວງການຕ່າງປະເທດບຣູໄນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ (Dato Erywan Pehin Yusof) ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ...

ຖືກສົ່ງກັບປະເທດ! ພົນລະເມືອງ ສ.ເກົາຫຼີ 64 ຄົນ ທີ່ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີ ໃນປະເທດ ກຳປູເຈຍ

ພົນລະເມືອງ ສ.ເກົາຫຼີ 64 ຄົນ ຖືກສົ່ງຕົວກັບປະເທດ ເນື່ອງຈາກເປັນເປັນຜູ້ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີໃນປະເທດ ກຳປູເຈຍ. ອີງຕາມສຳນັກຂ່າວ AFP ລາຍງານໃນວັນທີ 18 ຕຸລາ 2025 ຜ່ານມາ, ຈາກກໍລະນີປະຊາຊົນ...

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...