(ມຊ) ມີແຜນຮັບນັກສຶກສາປະຈຳສົກຮຽນ 2020-2021 ທັງໝົດ 8.000 ຄົນ

ໜັງສືພິມວຽງຈັນທາມ ລາຍງານວ່າ ມະຫາວິທະຍາໄລແຫ່ງຊາດ (ມຊ) ມີແຜນຮັບນັກສຶກສາປະຈຳສົກຮຽນ 2020-2021 ທັງໝົດ 8.000 ຄົນ, ເຊິ່ງການສອບເສັງຄັດເລືອກເອົານັກສຶກສາເຂົ້າຮຽນ ຈະໄດ້ຈັດຂຶ້ນໃນວັນທີ 29 ສິງຫານີ້ ທີ່ ມຊ, ສໍາລັບວິຊາສອບເສັງ ປະກອບມີ: ວິຊາຄະນິດສາດ, ຟີຊິກສາດ, ເຄມີສາດ, ຊິວະສາດ, ພູມສາດ, ປະຫວັດສາດ ແລະ ພາສາລາວ-ວັນນະຄະດີ.

ປະຈຸບັນ, ມຊ ໄດ້ກະກຽມຄວາມພ້ອມ ທາງດ້ານບຸກຄະລາກອນ, ດ້ານສະຖານທີ່ ແລະ ອື່ນໆ ເພື່ອຈັດຕັ້ງການສອບເສັງເອົານັກສຶກສາ,ໂດຍສະເພາະປີນີ້ ຍັງໄດ້ເພີ່ມມາດຕະການເຄັ່ງຄັດໃນການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ເຊັ່ນ: ກະກຽມຜ້າອັດປາກ, ເຈວ-ສະບູ-ເຫຼົ້າ ລ້າງມື, ອຸປະກອນກວດສອບວັດແທກອຸນຫະພູມ ແລະ ເວັ້ນໄລຍະຫ່າງ 1 ແມັດເປັນສຳຄັນ ແລະ ລະບຽບການຕ່າງໆ ເພື່ອຮັບປະກັນການສອບເສັງ.

ທ່ານ ຄຳຜົງ ນາມມະວົງມີໄຊ ຮອງອະທິການບໍດີ ມຊ ໃຫ້ຮູ້ວ່າ: ໃນສົກຮຽນ 2020-2021 ມຊ ມີແຜນຮັບນັກສຶກສາທັງໝົດ 8.000 ຄົນ ລວມທຸກລະບົບ (ທັງພາກປົກກະຕິ, ຕໍ່ເນື່ອງ ແລະ ອະນຸປະລິນຍາ), ແຕ່ເນຶ່ອງຈາກການແຜ່ລະບາດຂອງພະຍາດໂຄວິດ- 19 ທີ່ມີຜົນກະທົບຕໍ່ລູກຫຼານທີ່ຈົບການສຶກສາສາຍສາມັນໃນປີນີ້ ພາດໂອກາດທີ່ຈະໄປສຶກສາຕໍ່ຢູ່ຕ່າງປະເທດ ເຊັ່ນ: ສສ ຫວຽດນາມ, ສປ ຈີນ. ດັ່ງນັ້ນ, ທາງລັດຖະບານ ກໍຄືການນຳຂອງກະຊວງສຶກສາທິການ ແລະ ກິລາ ໄດ້ມີທິດຊີ້ນຳຕື່ມວ່າ ໃຫ້ແຕ່ລະມະຫາວິທະຍາໄລ ຄົ້ນຄວ້າບັນດາສາຂາວິຊາທີ່ເປັນບຸລິມະສິດໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ດ້ວຍການເພີ່ມໂຕເລກແຜນຮັບນັກສຶກສາຕື່ມ ເຊັ່ນ: ຂະແໜງການກະເສດ, ປ່າໄມ້, ຊັບພະຍາກອນນ້ຳ, ສາຍທຳມະຊາດທີ່ເປັນພື້ນຖານໃຫ້ແກ່ການສຶກສາຂະແໜງການຕ່າງໆ ລວມທັງ ວິສະວະກຳສາດ, ແຕ່ຕ້ອງຮັບປະກັນຄວາມພ້ອມດ້ານອາຄານສະຖານທີ່ສຶກສາ, ຄູ-ອາຈານສິດສອນ.

ສຳລັບນັກສຶກສາທ່ານໃດທີ່ມີຄວາມສົນໃຈສາມາດເຂົ້າໄປລົງທະບຽນອອນລາຍ (Online) ນັບແຕ່ນີ້ເຖິງວັນທີ 26 ສິງຫາ 2020, entrance.nuol.edu.la ຫຼື ມາລົງທະບຽນດ້ວຍຕົນເອງໄດ້ທີ່ສະໂມສອນໃຫຍ່ ມຊ, ຫ້ອງການວິຊາການ ໂທ ແລະ ແຟັກ: 021 771 860.

 

ຮຽບຮຽງຂ່າວ: ພຸດສະດີ