spot_img
Home​ຂ່າວບັນເທິງ"ຟ່ານ ປິງປີງ" ຊຸບເປີ້ສະຕຣາສາວຈີນຖືກຕັດສິນໃຫ້ຈ່າຍຄ່າປັບໃນຄະດີຫຼົບຫຼີກພາສີ 128 ລ້ານໂດລາ

“ຟ່ານ ປິງປີງ” ຊຸບເປີ້ສະຕຣາສາວຈີນຖືກຕັດສິນໃຫ້ຈ່າຍຄ່າປັບໃນຄະດີຫຼົບຫຼີກພາສີ 128 ລ້ານໂດລາ

Published on

ສຳນັກຂ່າວຊິນຫົວຂອງລັດຖະບານຈີນ ລາຍງານວ່າ ເມື່ອວັນທີ 3 ຕຸລາ 2018 ສຳນັກງານພາສີແຫ່ງມົນທົນຈຽງຊູ ຖະແຫຼງການວ່າ ນາງ ຟ່ານ ປິງປິງ ຊຸບເປີ້ສະຕຣາແຫ່ງວົງການບັນເທີງຈີນ ໄວອາຍຸ 37 ປີ, ມີຄວາມຜິດ ໂທດຖານເຈດຕະນາ ແລະ ບິດເບືອນຂໍ້ມູນກ່ຽວກັບລາຍໄດ້ຈາກການເຮັດວຽກ ດ້ວຍການເຮັດສັນຍາທີ່ຮຽກວ່າ “ຫຍິນ-ຫຍາງ” ສ້າງຄວາມເສຍຫາຍໃຫຍ່ຫຼວງໃຫ້ແກ່ພາກສ່ວນທີ່ກ່ຽວຂ້ອງ ເນື່ອງຈາກເປັນພຶດຕິກຳຫຼົບຫຼີກພາສີຢ່າງຊັດເຈນ.

ດ້ວຍເຫດນີ້, ນາງ ຟ່ານ ປິງປິງ ຕ້ອງຈ່າຍຄ່າເສຍຫາຍເປັນຈຳນວນເງິນປະມານ 86 ລ້ານໂດລາຈາກຄວາມຜິດດັ່ງກ່າວ ແລະ ຕ້ອງຈ່າຍພາສີຍ້ອນຫຼັງພ້ອມຄ່າທຳນຽມລວມອີກປະມານ 42 ລ້ານໂດລາ. ໂດຍໃຫ້ ນາງ ຟ່ານ ປິງປິງ ຊຳລະເງິນທັງໝົດ “ພາຍໃນໄລຍະເວລາທີ່ກຳນົດ” ພະນັກງານສອບສວນຈະບໍ່ດຳເນີນຄະດີອາຍາກັບນາງ, ເຖິງຢ່າງໃດກໍ່ຕາມຍັງບໍ່ມີກນເປີດເຜີຍຢ່າງຊັດເຈນວ່າກຳນົດການນັ້ນຄືເມື່ອໃດ.

ຮຽບຮຽງຂ່າວ: ບຸດສະດີ ສາຍນ້ຳມັດ
ແຫຼ່ງຂ່າວ: dailynews.co.th
ຮູບປະກອບ: tnamcot.com

ບົດຄວາມຫຼ້າສຸດ

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...