spot_img
Homeຂ່າວຕ່າງປະເທດຟິນແລນ ຕັດສິນໃຈສະໝັກເຂົ້າຮ່ວມເປັນສະມາຊິກນາໂຕ

ຟິນແລນ ຕັດສິນໃຈສະໝັກເຂົ້າຮ່ວມເປັນສະມາຊິກນາໂຕ

Published on

ປະທານາທິບໍດີຟິນແລນ ເຊົາລີ ນີນິສເຕີ ໄດ້ອະນຸມັດໃຫ້ຟິນແລນເຂົ້າຮ່ວມນາໂຕ ເປັນທີ່ຮຽບຮ້ອຍແລ້ວ ຂັ້ນຕອນຕໍ່ໄປແມ່ນ ການສົ່ງເຂົ້າລັດສະພາເພື່ອລົງອະນຸມັດຄຳຂໍດັ່ງກ່າວ ນີ້ແມ່ນການປ່ຽນນະໂຍບາຍຄວາມໝັ້ນຄົງຄັ້ງໃຫຍ່ຂອງຟິນແລນ ແລະ ຢູໂຣບ ຈະສົ່ງຜົນການປ່ຽນແປງຄັ້ງສຳຄັນໃນຂະນະທີ່ສົງຄາມໃນຢູເຄຣນກຳລັງດຳເນີນຢູ່.

ໃນວັນທີ 12 ພຶດສະພາ ທີ່ຜ່ານມານີ້, ປະທານາທິບໍດີ ເຊົາລີ ນີນິສເຕີ ແລະ ນາຍົກ ຊັນນາ ມາລິນ ຂອງຟິນແລນ ໄດ້ອອກແຖງການຮ່ວມກັນ ປະກາດຍື່ນໃບສະໝັກເຂົ້າຮ່ວມເປັນສະມາຊິກອົງການສົນທິສັນຍາອັດລັງຕິກ ຫຼື NATO.

ໂດນທັງສອງທ່ານໃຫ້ເຫດຜົນວ່າ ເພື່ອເປັນການເສີມຄວາມໝັ້ນຄົງ ໃນຂະນະທີ່ສົງຄາມໃນຢູເຄຣນຍັງດຳເນີນຢູ່, ການເຂົ້າເປັນສະມາຊິກນາໂຕ ຈະເຮັດໃຫ້ຟິນແລນ ແລະ ນາໂຕໄດ້ປະໂຫຍດໃນດ້ານຄວາມໝັ້ນຄົງຂອງທັງສອງຝ່າຍ ແລະ ຈະສະເໜີເພື່ອໃຫ້ລັດສະພາຮັບຮອງໃນໄວໆນີ້.

ນອກຈາກຟິນແລນແລ້ວ ຍັງມີປະເທດສວີເດັນ ກຳລັງຈະຍື່ນສະໝັກເພື່ອເປັນສະມາຊິກນາໂຕ.

ຂະບວນການເຂົ້າເປັນສະມາຊິກນີ້ ຕ້ອງໃຊ້ເວລາຢ່າງໜ້ອຍ 1 ປີ, ສິ່ງທີ່ທັງ 2 ປະເທດກັງວົນຄື ຫາກມີການໂຈມຕີຮຸກຮານລະຫວ່າງຂະບວນການສະໝັກເຂົ້ານາໂຕນີ້ ຈະເຮັດແນວໃດ.

ແຫຼ່ງຂ່າວຈາກ ຊີເອນເອນ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...