spot_img
Homeຂ່າວຄາດຕະກຳພໍ່ໃຊ້ປືນຍິງລູກສາວພ້ອມຄູ່ຮັກ ກ່ອນມັດຮ່າງທັງສອງໄວ້ກັບຫີນ ແລ້ວໂຍນລົງແມ່ນ້ຳທີ່ມີແຂ້

ພໍ່ໃຊ້ປືນຍິງລູກສາວພ້ອມຄູ່ຮັກ ກ່ອນມັດຮ່າງທັງສອງໄວ້ກັບຫີນ ແລ້ວໂຍນລົງແມ່ນ້ຳທີ່ມີແຂ້

Published on

ອີງຕາມການລາຍງານສຳນັກຂ່າວຕ່າງປະເທດ ໃນວັນທີ 20 ມິຖຸນາ 2023 ນີ້ວ່າ: ເກີດເຫດການສະເທືອນຂວັນຂຶ້ນໃນເມືອງໂມເຮນາ, ລັດມັດທະຍະປະເທດ, ປະເທດອິນເດຍ, ເມື່ອພໍ່​ຄົນ​ໜຶ່ງ​ໄດ້​ກໍ່ເຫດຄາຕະກໍາ​ລູກ​ສາວ​ອາຍຸ 18 ປີ ແລະ ​ຄູ່​ຮັກ​ຂອງນາງ​ອາຍຸ 21 ປີ ໂດຍການໃຊ້ຫີນ​ມັດຖ່ວງສົບ ແລ້ວຖິ້ມລົງ​ແມ່ນ້ຳ​ທີ່​ມີ​ແຂ້.

ທາງຄອບຄົວຂອງຝ່າຍຍິງ (ຊີວານີ ໂທມາ) ບໍ່ຍອມຮັບຄວາມສຳພັນຂອງນາງກັບຝ່າຍຊາຍ (ຮາເດສະຍຳ ໂທມາ) ເຊິ່ງເປັນໜຸ່ມທີ່ອາໄສຢູ່ໝູ່ບ້ານໃກ້ຄຽງ, ໂດຍພໍ່ຂອງຝ່າຍຊາຍໄດ້ໄປແຈ້ງຄວາມກັບເຈົ້າໜ້າທີ່ຕຳຫຼວດວ່າ: ລູກຊາຍ ແລະ ແຟນຂອງລູກຊາຍໄດ້ຫາຍຕົວໄປຫຼາຍອາທິດແລ້ວ ແລະ ສົງໃສວ່າທັງຄູ່ຖືກຄາຕະກຳ ເບື້ອງຕົ້ນຕຳຫຼວດສົງໄສວ່າ: ທັງຄູ່ລົບໜີ ແຕ່ການສອສວນຄົນໃນໝູ່ບ້ານບໍ່ມີໃຜເຫັນທັງສອງຄົນອອກໄປນອກໝູ່ບ້ານ.

ເຈົ້າໜ້າທີ່ຈຶ່ງໄດ້ທຳການສືບສວນທັງສອງຄອບຄົບຢ່າງໜັກ ຈົນສຸດທ້າຍພໍ່ຂອງຝ່າຍຍິງຍອມຮັບສາລະພາບວ່າ: ຕົນໄດ້ສັງຫານທັງສອງຄົນດ້ວຍປືນ ແລະ ມັດຮ່າງໄວ້ກັບກ້ອນຫີນ ກ່ອນຈະໂຍນລົງແມ່ນ້ຳຊຳເບວ ເຊິ່ງມິແຂ້ອາໄສຢູ່ ປະມານ 2500 ໂຕ, ປັດຈຸບັນທາງເຈົ້າໜ້າທີ່ໄດ້ທຳການເລັ່ງຫາຮ່າງຂອງທັງສອງໃນແມ່ນ້ຳ.

ທັງນີ້, ການຄາຕະກຳດັ່ງກ່າວຄືການ ຂ້າເພື່ອຮັກສາກຽດສັກສີ ເຊິ່ງເປັນການຂ້າຄົນໃນຄອບຄົວທີ່ນຳຄວາມເສື່ອມເສຍເຂົ້າມາໃຫ້ແກ່ວົງຕະກູນ ຫຼື ເຮັດໃຫ້ຕະກູນເສຍຊື່ສຽງ ເຊັ່ນ​: ການ​ແຕ່ງ​ງານ​ກັບ​ຄົນ​ທີ່​ມີສາ​ສະ​ຫນາ​ທີ່​ແຕກ​ຕ່າງ​ກັນ​, ຕ່າງຊົນຊັ້ນນວັນນະ ຫຼື ​ການ​ມີ​ເພດ​ສໍາ​ພັນ​ກ່ອນ​ການ​ແຕ່ງ​ງານ​ ແລະ​ ອື່ນໆ​.

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...