spot_img
Homeໜັງໃໝ່ພ້ອມກັນ ຫຼື ຍັງ? ກັບສົງຄາມຜີຊີວະຄັ້ງສຸດທ້າຍ "ອາວະສານຜີຊີວະ"

ພ້ອມກັນ ຫຼື ຍັງ? ກັບສົງຄາມຜີຊີວະຄັ້ງສຸດທ້າຍ “ອາວະສານຜີຊີວະ”

Published on

ຄໍລຳ ໜັງໃໝ່  ມື້ນີ້ເຮົາຈະມາສົ່ງທ້າຍຜີຊີວະໄປພ້ອມໆກັນ ກັບ ຮູບເງົາພາກສຸດທ້າຍ ຂອງຜີຊີວະ ທີ່ຈະສົ່ງຄວາມຕື່ນເຕັ້ນລຸ້ນລະທຶກໄປພ້ອມກັນທົ່ວໂລກໃນໂຮງຮູບເງົາໃນວັນທີ 27 ມັງກອນ 2017 ນີ້
Resident Evil “ຜີຊີວະ” ເປັນເກມດັງຄ້າຍ Capcom ຈາກຢີ່ປຸ່ນ ທີ່ເມື່ອກ່ອນຊື່ເກມວ່າ  Biohazard ທີ່ໄດ້ຮັບຄວາມນິຍົມຢ່າງມະຫາສານ ຍ້ອນເປັນເກມຍິງຊັອມບີ້ແກມທຳອິດທີ່ມີຄວາມຕື່ນເຕັ້ນ ແລະ ມີເນື້ອເລື່ອງສາກຈົບໃຫ້ເລືອກຫຼິ້ນຫຼາຍແບບ ເຮັດໃຫ້ຮູບແບບເກມບໍ່ໜ້າເບື່ອ ແລະ ໄດ້ຮັບຄວາມນິຍົມຈົນເຖິງຂັ້ນນຳໄປເຮັດເປັນພາສາອັງກິດໂດຍໃສ່ຊື່ວ່າ Resident Evil ຕໍ່ມາບໍລິສັດ ໂຊນີ ພິດເຈີສ໌ ຈັບມາສ້າງເປັນຮູບເງົາ ກໍ່ໄດ້ຮັບກະແສຕອບຮັບຢ່າງມະຫາສານ ໂດຍທັງ 5 ພາກທີ່ເຮັດຜ່ານມາສາມາດກວດລາຍຮັບໄດ້ເຖິງ 1 ພັນລ້ານໂດລາຈາກທົ່ວໂລກ ແລະ ພາກນີ້ຈະເປັນສົງຄາມຄັ້ງສຸດທ້າຍ ທີ່ ອະລິຊ ຈະກັບມາແກ້ໄຂທຸກຢ່າງຈາກຈຸດທີ່ມັນເລີ່ມຕົ້ນຂຶ້ນ

ຕິດຕາມເລື່ອງດີດີ ບັນເທີງລາວ Lao Entertenment ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...