ພຽງ 8 ເດືອນ ນັກທ່ອງທ່ຽວຕ່າງປະເທດ ໄຫລເຂົ້າຫວຽດນາມ ເພີ່ມຂຶ້ນກວ່າ 25%

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 24 ສິງຫານີ້ວ່າ ກົມ​ໃຫຍ່​ທ່ອງ​ທ່ຽວຫວຽ​ດນາມ ເປີດເຜີຍ ຕັ້ງ​ແຕ່​ຕົ້ນ​ປີ​ 2016 ຈົນມາ​ຮອດ​ປັດຈຸ​ບັນ ຈຳນວນ​ນັກທ່ອງທ່ຽວຕ່າງປະເທດ ​ເຂົ້າມາທ່ອງ​ທ່ຽວຢູ່ຫວຽດນາມ ໄດ້​ເພີ່ມ​ຂຶ້ນ​ສູງ​ເມື່ອ​ທຽບ​​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍນີ້ ຊຶ່ງຄາດ​ວ່າ ຍອດ​ຈຳນວນ​ນັກທ່ອງທ່ຽວຢູ່ຫວຽດນາມ ຮອດ​ເດືອນສິງຫານີ້ ຈະ​ບັນລຸ​ເກືອບ 6.5 ລ້ານ​​ເທື່ອ​ຄົນ ​ເພີ່ມ​ຂຶ້ນ 25.4% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ.

ຈຳນວນ​ນັກ​ທ່ອງ​ທ່ຽວ​ຕ່າງປະເທດ ທີ່ມາຢ້ຽມຢາມຫວຽດນາມເພີ່ມຂຶ້ນ ແມ່ນລວມມີ ນັກທ່ອງທ່ຽວຈາກ ຮົ່ງກົງ (ປະ​ເທດ​ຈີນ), ຈີນ, ຖັດມາ​ແມ່ນ ນັກທ່ອງທ່ຽວຈາກ​ເກົາຫລີໃຕ້, ​ໄທ, ອີ​ຕາ​ລີ, ປອກຕູຍ​ການ, ລາວ, ນິວຊີແລນ, ຣັດເຊຍ, ຊູ​​ແອດ ແລະ ອື່ນໆ.

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!