spot_img
Homeຊີວິດແລະຄວາມຮັກພົມລິຂິດ! ແມ່ເຖົ້າອາຍຸ 82 ປີ ພົບຮັກກັບຊາຍໜຸ່ມອາຍຸ 28 ປີ ທັງສອງແຕ່ງງານກັນ

ພົມລິຂິດ! ແມ່ເຖົ້າອາຍຸ 82 ປີ ພົບຮັກກັບຊາຍໜຸ່ມອາຍຸ 28 ປີ ທັງສອງແຕ່ງງານກັນ

Published on

ໃນຄໍລຳຊີວິດ ກັບ ຄວາມຮັກ ມື້ນີ້ ແອັດມິນມີເລື່ອງລາວຄວາມຮັກຕ່າງໄວຂອງຄູ່ຮັກຊາວ ອນໂດເນເຊຍ ທີ່ຕອນນີ້ກຳລັງໂດ່ງດັງໃນໂລກໂຊຊຽວມານຳສະເໜີ

ເປັນເລື່ອງລາວຄວາມຮັກທີ່ເກີດຂຶ້ນຈິງລະຫວ່າງ ແມ່ເຖົ້າໄວອາຍຸ 82 ປີ ທີ່ມາຊື່ວ່າ Martha Potu ກັບແຟນໜຸ່ມໄວອາຍຸ 28 ປີ ທີ່ມີຊື່ວ່າ Sofian Loho Dandel ອາຊີບກຳມະກອນຄົນສິນຄ້າຢູ່ທີ່ເກາະ Mantehage ປະເທດອິນໂດເນເຊຍ, Sofian ໄດ້ເລົ່າເລື່ອງລາວຄວາມຮັກຄັ້ງນີ້ນັກຂ່າວອິນໂດເນເຊຍຄົນໜຶ່ງວ່າ: “ປີກາຍນີ້ລາວໄດ້ຮັບສາຍໂທລະສັບເບີແປກ ຈາກຜູ້ຍິງຄົນໜຶ່ງທີ່ໂທເຂົ້າມາຜິດເບີ ເລື່ອງລາວມັນກໍ່ເກີດຂຶ້ນ ເພາະນັບຕັ້ງແຕ່ມື້ນັ້ນມາພວກເຂົາທັງສອງໄດ້ສົນທະນາກັນ, ຮຽນຮູ້ເຊິ່ງກັນ ແລະ ກັນ ຜ່ານທາງໂທລະສັບ ຈົນເຮັດໃຫ້ເກີດຄວາມຮູ້ສຶກຮັກ ເວລາຜ່ານໄປເປັນເດືອນ ດ້ວຍຄວາມຮູ້ສຶກຮັກ ແລະ ໂຫຍຫາ Sofian ຈິ່ງຕັດສິນໃຈເດີນທາງມາທີ່ Lelema ໆູ່ບ້ານໃນພາກໃຕ້ຂອງເມືອງ Minahasa  ເຊິ່ງເປັນໄລຍະທາງກວ່າ 120 ກິໂລແມັດ ເພື່ອຈະມາພົບກັບ Martha Potu ຜູ້ຍິງທີ່ປ່ຽນຊີວິດຂອງເຂົາ Sofian ກ່າວວ່າທຳອິດທີ່ພົບກັບ Martha Potu ລາວບໍ່ໄດ້ກ່າວຫຍັງ ພຽງຮູ້ສຶກຕົກໃຈເລັກໜ້ອຍທີ່ຮູ້ວ່າແມ່ຍິງທີ່ລາວຕົກຫຼຸມຮັກນັ້ນແມ່ນແມ່ເຖົ້າອາຍຸ 82 ປີ ແຕ່ນີ້ມັນກໍ່ແມ່ນເລື່ອງຈິງ ເຂົາກໍ່ຍັງຮັກ ແລະ ສານສຳພັນຕໍ່ໄປ”

ເສັ້ນທາງຄວາມຮັກຂອງທັງສອງບໍ່ໄດ້ໂຮຍດ້ວຍກີບກຸຫຼາບ ເພາະຄອບຄົວຂອງທັງສອງຝ່າຍຕ່າງຄັດຄ້ານ ໂດຍສະເພາະຝ່າຍຊາຍທີ່ອາຍຸພຽງ 28 ປີ ແຕ່ກັບມີຄວາມຮັກກັບແມ່ຍິງທີ່ອາຍຸຫຼາຍກວ່າ 54 ປີ ແຕ່ພວກເຂົາທັງສອງກໍ່ຢືນຢັນກັບຄວາມຮັກຄັ້ງນີ້ ແລະ ໃນທີ່ສຸດຄວາມຮັກຂອງທັງຄູ່ກໍ່ຈົບລົງດ້ວຍການແຕ່ງງານ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...