spot_img
Homeຂ່າວຕ່າງປະເທດພົບໄວຣັດໄຂ້ຫວັດສາຍພັນໃໝ່ໃນຈີນທີ່ມີໝູເປັນພາຫະນະ

ພົບໄວຣັດໄຂ້ຫວັດສາຍພັນໃໝ່ໃນຈີນທີ່ມີໝູເປັນພາຫະນະ

Published on

ເວັບໄຊ bbc.com ລາຍງານວ່າ ໄວຣັດໄຂ້ຫວັດສາຍພັນໃໝ່ຫຼ້າສຸດທີ່ພົບໃນຈີນມີຄວາມຄ້າຍຄືກັບໄວຣັດໄຂ້ຫວັດໝູທີ່ລະບາດໃຫຍ່ໃນປີ 2009, ນັກວິທະຍາສາດຄົ້ນພົບໄວຣັດສາຍພັນໃໝ່ໃນຈີນ ເຊິ່ງມີສັກກະຍາພາບທີ່ຈະກໍ່ໃຫ້ເກີດການລະບາດຄັ້ງໃຫຍ່ໄດ້ ໄວຣັດຊະນິດນີ້ມີໝູເປັນພາຫະນະ ແລະ ສາມາດຕິດຕໍ່ສູ່ຄົນໄດ້ ຜູ້ຊ່ຽວຊານດ້ານໄວຣັດກຳລັງກັງວົນວ່າມັນອາດຈະກາຍພັນຈົນເຮັດໃຫ້ຕິດຕໍ່ຈາກຄົນສູ່ຄົນໄດ້ງ່າຍ ແລະ ກາຍເປັນການລະບາດໃຫຍ່ໃນທີ່ສຸດ.

ແນວໃດກໍ່ຕາມ, ເຖິງແມ່ນວ່າສະຖານະການຂອງໄວຣັດຊະນິດນີ້ຈະຍັງບໍ່ເຖິງຂັ້ນວິຕົກກັງວົນຫຼາຍ ແຕ່ນັກວິທະຍາສາດບອກວ່າມັນມີອົງປະກອບຄົບທຸກຢ່າງທີ່ພັດທະນາກາຍເປັນໄວຣັດທີ່ຕິດຕໍ່ໄປສູ່ມະນຸດ ແລະ ຈຳເປັນທີ່ຈະຕ້ອງຈັບຕາເບິ່ງຢ່າງໃກ້ຊິດ ເນື່ອງຈາກທີ່ເປັນໄວຣັດສາຍພັນໃໝ່ ມະນຸດຈຶ່ງມີພູມຄຸ້ມກັນຕໍ່ໄວຣັດຊະນິດນີ້ຕໍ່າຫຼາຍ ຫຼື ອາດບໍ່ມີເລີຍ.

ໄວຣັດໄຂ້ຫວັດໃຫຍ່ສາຍພັນໃໝ່ນີ້ມີຊື່ຮຽກຢ່າງບໍ່ເປັນທາງການວ່າ G4 EA H1N1 ມັນສາມາດເພີ່ມຈຳນວນໄດ້ເມື່ອເຂົ້າໄປຢູ່ໃນເຊລທາງເດີນຫາຍໃຈຂອງມະນຸດ ຜູ້ຊ່ຽວຊານກວດພົບຮ່ອງຮອຍການຕິດເຊື້ອໄວຣັດນີ້ໃນກຸ່ມຄົນງານໃນໂຮງງານຂ້າສັດ ແລະ ໃນອຸດສາຫະກຳລ້ຽງໝູໃນຈີນ. ວັກຊີນໄຂ້ຫວັດໃຫຍ່ທີ່ມີຢູ່ໃນປັດຈຸບັນບໍ່ສາມາດປ້ອງກັນຊະນິດນີ້ໄດ້ ແຕ່ອາດພັດທະນາໃຫ້ປ້ອງກັນໄດ້ຫາກມີຄວາມຈຳເປັນ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...