spot_img
Homeຂ່າວເຫດການພົບໂຕເຈຍຢູ່ລາວ ທີ່ມີເຊື້ອໄວຣັສຄ້າຍຄືກັບ ໂຄວິດ-19 ໃນມະນຸດ

ພົບໂຕເຈຍຢູ່ລາວ ທີ່ມີເຊື້ອໄວຣັສຄ້າຍຄືກັບ ໂຄວິດ-19 ໃນມະນຸດ

Published on

ວັນທີ 19 ກັນຍາ 2021 ເວັບໄຊ້ TNN ໄດ້ລາຍງານວ່າ ຜົນການຄົ້ນຄວ້າຕ່າງປະເທດ ສຳຫຼວດຖໍ້າ ໂຕເຈຍຢູ່ໃນລາວ ໄດ້ຖືກພົບເຫັນ ໂຄວິດ-19 ໃນໂຕເຈຍ 3 ສາຍພັນ, ໜຶ່ງຊະນິດໃນນັ້ນ ແມ່ນໃກ້ຄຽງກັບທີ່ກວດພົບເຊື້ອທີ່ມີໃນມະນຸດ ຊີ້ໃຫ້ເຫັນວ່າການຄົ້ນພົບຄັ້ງນີ້ ເຮັດໃຫ້ລົບຄວາມຄິດວ່າ ເຊື້ອພະຍາດນີ້ອາດຈະບໍ່ໄດ້ເກີດຈາກມະນຸດເປັນຄົນສ້າງຂຶ້ນມາ ແຕ່ເປັນການເກີດຈາກໂຕເຈຍ ທີ່ພ້ອມຈະກາຍພັນສະເໝີ ແລະ ພ້ອມທີ່ຈະຕິດຕໍ່ໄປສູ່ຄົນໄດ້.

ວັນທີ 19 ກັນຍາ 2021 ດຣ. ອານັນ ຈົງແກ້ວວັດທະນາ ນັກໄວຣັສວິທະຍາສາດ ສູນວິສະວະກຳພັນທຸກຳ ແລະ ເຕັກໂນໂລຍີທາງດ້ານຊີວະວິທະຍາແຫ່ງຊາດ (Biotech) ໄດ້ປະກາດຖະແຫຼງການກ່ຽວກັບການຊອກຫາແຫຼ່ງທີ່ມາ ຫຼື ບັນພະບຸລຸດຂອງໄວຣັສ SARS-CoV-2 ທີ່ເຮັດໃຫ້ເກີດ COVID-19 ຫຼາຍທີ່ສຸດແມ່ນໄວຣັສ “RaTG13” ໃນເຈຍທີ່ມີມຸງກຸດແດງ ຈາກຖໍ້າຢູ່ໃນແຂວງຢຸນນານ ຈີນ, ພົບເຫັນໃນປີ 2013

ເມື່ອບໍ່ດົນມານີ້, ການຄົ້ນຄວ້າໄດ້ຖືກຕີພິມໂດຍທີມວິໄຈຈາກສະຖາບັນ ປາສເຕີ ແລະມະຫາວິທະຍາໄລລາວ ໃນປີ 2020, ໄດ້ມີການຈັບເຈຍທີ່ມີຖິ່ນຖານມາຈາກທາງເຜນືອຂອງ ສປປ ລາວ ທີ່ໃກ້ກັບໄທ ໃນປີ 2020 ໂດຍຈັບເຈຍທັງໝົດ 654 ໂຕ ຈາກ 46 ສາຍພັນ, ເກັບຕົວຢ່າງເລືອດ 275 ຕົວຢ່າງ ແລະ ຕົວຢ່າງນໍ້າລາຍ 608 ຕົວຢ່າງ, ໄດ້ສຶກສາຕົວຢ່າງອາຈົມ 539 ຕົວຢ່າງ ແລະ ຕົວຢ່າງຍ່ຽວ 157 ຕົວຢ່າງ.

ເຮັດໃຫ້ສາມາດພົບໄວຣັສໂຄວິດ-19 ໄດ້ 3 ສາຍພັນ, ເຊິ່ງໜຶ່ງໃນນັ້ນມີຄວາມໜ້າສົນໃຈ ໂດຍສະເພາະ ສາຍພັນທີ່ມີຊື່ວ່າ BANAL-20-52 ແລະ -236, ເຊິ່ງເປັນໄວຣັສທີ່ໃກ້ຄຽງກັບ SARS-CoV-2 ໃນມະນຸດ, ພັນທຸກໍາອາດຈະໃກ້ຄຽງກັບ SARS- Co-2 ໜ້ອຍກ່ວາ RaTG13, ແຕ່ຖ້າສຸມໃສ່ຢູ່ທີ່ຕໍາແໜ່ງບ່ອນທີ່ເຊື້ອໄວຣັສຜູກມັດກັບໂປຣຕີນຕົວຮັບຂອງມະນຸດ, ພົບວ່າ BANAL-20-236 ມີຄວາມຄ້າຍຄືກັນກັບ SARS-CoV-2 ຫຼາຍກວ່າ RaTG13.

ມີພຽງແຕ່ 2 ຕໍາແໜ່ງກາຍພັນທີ່ແຕກຕ່າງຈາກ SARS-CoV-2 ເທົ່ານັ້ນເຊັ່ນ 493 ແລະ 498 ແລະ ແນ່ນອນວ່າ BANAL-20-52 ແລະ -236 ສາມາດຕິດເຊື້ອຈຸລັງມະນຸດຄືກັນກັບ SARS-CoV-2.

ການຄົ້ນພົບໄວຣັສຊະນິດນີ້ໃນເຈຍ ສະແດງໃຫ້ເຫັນວ່າ ໄວຣັສໃນທຳມະຊາດ ແມ່ນມີການປ່ຽນແປງຕາມທີ່ຄາດໄວ້ SARS-CoV-2 ທີ່ຄິດວ່າມະນຸດສ້າງຂຶ້ນອາດຈະບໍ່ແມ່ນຄວາມຈິງ ແລະ ໄວຣັສໂຕເຈຍ ຢູ່ໃນປະເທດເພື່ອນບ້ານ ຫຼື ຢູ່ໃນປະເທດໄທ ກໍກໍາລັງກາຍພັນຢ່າງຕໍ່ເນື່ອງ ພ້ອມທີ່ຈະກະໂດດເຂົ້າສູ່ປະຊາກອນຂອງມະນຸດໄດ້ທຸກເວລາ, ພວກເຮົາຈໍາເປັນຕ້ອງໄດ້ກຽມພ້ອມສໍາລັບການລະບາດຂອງໄວຣັສຈາກສັດສູ່ຄົນຢູ່ສະເໝີ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...