spot_img
Homeຂ່າວຕ່າງປະເທດພົບແອ່ງນໍ້າແຂງຂະໜາດໃຫຍ່ເທິງດາວອັງຄານ

ພົບແອ່ງນໍ້າແຂງຂະໜາດໃຫຍ່ເທິງດາວອັງຄານ

Published on

ພາລະກິດດາວທຽມສຳຫຼວດດາວອັງຄານຊື່ ມາຣສ໌ ເອັກຊ໌ເພຣສ (Mars Express) ຂອງອົງການອາວະກາດເອີຣົບ (European Space Agency-ESA) ຖືກປ່ອຍອອກຈາກໂລກເມື່ອວັນທີ 2 ມິຖຸນາ 2003 ໃຊ້ເວລາໃນການເດີນທາງ 6 ເດືອນຈິ່ງໄປຮອດດາວອັງຄານ ດາວທຽມໄດ້ຍິງເຄື່ອງຍົນຕົ້ນກຳລັງເຂົ້າສູ່ວົງໂຄຈອນຮອບດາວເຄາະສີແດງເມື່ອວັນທີ 25 ທັນວາ 2003 ແລະ ໃນປີ 2018ນີ້ ຖືເປັນວາລະຄົບຮອບ 15 ປີຂອງຈຸດເລີ່ມຕົ້ນແຜນການດ້ານວິທະຍາສາດທີ່ສຳຄັນຂອງດາວອັງຄານ.

ເມື່ອບໍ່ດົນມານີ້ຍານ ມາຣສ໌ ເອັກຊ໌ເພຣສ ໄດ້ພົບສິ່ງທີ່ບົ່ງບອກວ່າໃຕ້ພື້ນຜິວດາວອັງຄານທີ່ເປັນນໍ້າແຂງນັ້ນເຄີຍເປັນທະເລສາບ ແລະ ລ່າສຸດກ້ອງຖ່າຍຮູບເຕີຣິໂອຄວາມລະອຽດສູງ (High Resolution Stereo Camera-HRSC) ເທິງຍົນໄດ້ບັນທຶກພາບຄວາມສວຍງາມຂອງແອ່ງນໍ້າແຂງໂຄໂຣເລຟ ຄຣາເຕີ (Korolev crater) ທີ່ຕັ້ງຊື່ຕາມເຊີເກ ໂຄໂຣເລຟ ເຈົ້າພໍ່ແຫ່ງວົງການເທັກໂນໂລຢີອາວະກາດໂຊວຽດ ແອ່ງແຫ່ງນີ້ຕັ້ງຢູ່ທາງຕອນເໜືອຂອງດາວອັງຄານ ໃນແອ່ງມີນໍ້າແຂງໜາປະມານ 1.8 ກິໂລແມັດ ເປັນແຖບຈຳນວນ 5 ແຖບໃນວົງໂຄຈອນທີ່ແຕກຕ່າງ ແລະ ນຳມາລວມເຂົ້ານຳກັນສ້າງເປັນຮູບດຽວ ເຮັດໃຫ້ເປັນຮູບທີ່ສົມບູນຂຶ້ນຂອງພູມສັນຖານຂອງປະເທດທັງໃນ ແລະ ຮອບແອ່ງໂຄໂຣລຟທີ່ກວ້າງປະມານ 82 ກິໂລແມັດ

ການທີ່ແອ່ງເປັນນໍ້າແຂງກໍ່ເນື່ອງມາຈາກປະກົດການທີ່ຮຽກວ່າ cold trap ເຊິ່ງສ່ວນທີ່ເລິກທີ່ສຸດຂອງແອ່ງໂຄໂລເລຟເຮັດໜ້າທີ່ເປັນກັບດັກຄວາມເຢັນຕາມທຳມະຊາດ ອາກາດທີ່ເຄື່ອນໄຫວເໜືອນໍ້າແຂງທີ່ເຢັນຕົວລົງ ແລະ ຈົມລົງ ກໍ່ໃຫ້ເກີດຊັ້ນຂອງອາກາດເຢັນທີ່ຢູ່ເໜືອນໍ້າແຂງ ເຮັດໃຫ້ນໍ້າແຂງໃນແອ່ງນີ້ມີຄວາມເຢັນສະເໜີກັນຢ່າງຖາວອນ.

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ ແລະ ຮູບປະກອບ: thairath

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...