spot_img
Homeຂ່າວເຫດການພົບເສດວັດຖຸອະວະກາດຂອງຈີນຕົກລົງເຂດປາກຊ່ອງເພີ່ມເປັນ 7 ຈຸດ

ພົບເສດວັດຖຸອະວະກາດຂອງຈີນຕົກລົງເຂດປາກຊ່ອງເພີ່ມເປັນ 7 ຈຸດ

Published on

ຕອນເຊົ້າຂອງວັນທີ 23 ພຶດສະພາ 2019 ນີ້ ພົບສິ້ນສ່ວນເສດວັດຖຸອະວະກາດຂອງຈີນຕົກລົງຢູ່ 3 ພື້ນທີ່ໃນເຂດພາກໃຕ້ຄື ແຂວງ ຈຳປາສັກ ທີ່ບ້ານບຶງງາມ ເມືອງໂຂງ ຖືກບໍລິເວນດິນຂອງປະຊາຊົນ ແລະ ຕົກຢູ່ບ້ານທົ່ງເສັດ ເມືອງປາກຊ່ອງ ແຂວງຈຳປາສັກ ຖືກເຮືອນຂອງປະຊາຊົນ ນອກນີ້ ຍັງຕົກຢູ່ແຂວງສາລະວັນ ທີ່ເດີນໂຮງຮຽນບ້ານໜອງຕົມ ເມືອງເລົ່າງາມ ປັດຈຸບັນຍັງບໍ່ມີລາຍງານຜູ້ໄດ້ຮັບບາດເຈັບ ຫຼື ເສຍຊີວິດ.

ໂດຍອ້າງຈາກຂໍ້ມູນຂອງພາກສ່ວນກ່ຽວຂ້ອງເມືອງປາກຊ່ອງຊຶ່ງໄດ້ໃຫ້ຂໍ້ມູນບາງສ່ວນກັບລາວໂພສວ່າ ປັດຈຸບັນທາງພາກສ່ວນຮັບຊອບທາງເມືອງກຳລັງລົງຕິດຕາມເກັບກຳຂໍ້ມູນລາຍລະອຽດຕ່າງໆ ຊຶ່ງເບື້ອງຕົ້ນເສດວັດຖະອະວະກາດຂອງຈີນໄດ້ຕົກໃນເຂດເມືອງປາກຊ່ອງທັງໝົດ 7 ຈຸດ ໃນນັ້ນ 2 ຈຸດຕົກຖືກເຮືອນປະຊາຊົນທີ່ບ້ານທົ່ງເສັດ ແລະ ບ້ານຫຼັກ 5 ທົ່ງກະຕ່າຍ ແລະ ອີກ 5 ຈຸດ ແມ່ນຕົກໃສ່ດິນນາ-ດິນສວນຂອງປະຊາຊົນ ຂະນະທີ່ແຂວງສາລະວັນ ແລະ ຈຸດອື່ນໆທີ່ມີຂ່າວທາງເຈົ້າໜ້າທີ່ຮັບຜິດຊອບພວມລົງພື້ນທີ່ເພື່ອເກັບກຳຂໍ້ມູນ ຖ້າມີຄວາມຄືບໜ້າແນວໃດຈະແຈ້ງອອກສື່ຕາມພາຍຫຼັງ.

ຕໍ່ກັບເຫດການທີ່ເກີດຂຶ້ນກໍມີຫຼາຍຝ່າຍຕັ້ງຄຳຖາມຂຶ້ນມາວ່າ ສຳລັບຄວາມເສຍຫາຍທີ່ເກີດຂຶ້ນແມ່ນພາກສ່ວນໃດຈະຮັບຜິດ ຊອບ? ປັດຈຸບັນຍັງເປັນຄຳຖາມທີ່ບໍ່ມີຄຳຕອບ ແຕ່ຫວັງວ່າຈະມີໜ່ວຍງານ ຫຼື ພາກສ່ວນໃດໜຶ່ງທີ່ສາມາດໃຫ້ຄຳຕອບໃນເລື່ອງນີ້ໄດ້.

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: ນັກຂ່່າວ ຖະແຫຼງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວ ເມືອງປາກຊ່ອງ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...