spot_img
Homeຂ່າວພາຍ​ໃນພົບຮ່າງຜູ້ສູນຫາຍຄົນທີ 8 ຈາກເຫດການເຮືອຫລົ້ມບ້ານນາບົງ

ພົບຮ່າງຜູ້ສູນຫາຍຄົນທີ 8 ຈາກເຫດການເຮືອຫລົ້ມບ້ານນາບົງ

Published on

11401378_394130094113082_2847620974880008160_n 11403302_394130084113083_1841560341723701515_n
ວັນທີ 05/06/15 ເວລາປະມານ 11:00 ໂມງ ໜ່ວຍກູ້ໄພມູນນິທິໄດ້ຮັບແຈ້ງວ່າພົບຮ່າງຂອງນ້ອງນັກຮຽນທີ່ສູນຫາຍຈາກເຫດການເຮືອຫລົ້ມທີ່ບ້ານ ນາບົງ ເມືອງປາກງື່ມ 1 ຄົນ ເປັນເພດຍິງ ຟູຂື້ນໜ້ານ້ຳ ຫ່າງຈາກຈຸດເກີດເຫດປະມານ 4 ກິໂລແມັດ ພໍ່ແມ່ປະຊາຊົນທີ່ພົບເຫັນຈຶ່ງໄດ້ແຈ້ງຫາພາກສ່ວນທີ່ກ່ຽວຂ້ອງ ແລະ ນຳຮ່າງຂອງນ້ອງຂຶ້ນມາມອບໃຫ້ແກ່ຄອບຄົວ ນ້ອງມີຊື່ວ່າ ນາງປູນາ ອາຍຸ 10 ປີ ຢູ່ບ້ານຫົວນາທົ່ງ ເມືອງປາກງື່ມ. ປະຈຸບັນ ສົບຂອງນ້ອງແມ່ນໄດ້ນຳໄປປະກອບພິທິທາງສາສະຫນາຕາມຮີດຄອງປະເພນີເປັນທີ່ຮຽບຮ້ອຍໃນຕອນບ່າຍຂອງມື້ດຽວກັນ. ທາງໜ່ວຍກູ້ໄພມູນນິທິຂໍສະແດງຄວາມເສຍໃຈກັບຄອບຄົວຂອງນ້ອງດ້ວຍ ແລະ ຂໍໃຫ້ພົບຮ່າງຜູ້ສູນຫາຍທີ່ເຫຼືອອີກ 2 ຄົນຈາກເຫດການຄັ້ງນີ້ໃນໄວໆດ້ວຍ.

ຂອບໃຈຂ່າວຈາກ: ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງປະເທດລາວ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...