spot_img
Homeປ່ອງຢ້ຽມດວງດາວພົບຫຼັກຖານໃໝ່ວ່າອາດມີດາວເຄາະດວງທີ 10 ຢູ່ໃນລະບົບສຸລິຍະ

ພົບຫຼັກຖານໃໝ່ວ່າອາດມີດາວເຄາະດວງທີ 10 ຢູ່ໃນລະບົບສຸລິຍະ

Published on

ທີມນັກດາລາສາດສະຖາບັນເທັກໂນໂລຢີແຄລິຟໍເນຍໄດ້ສັນນິຖານການຄົງຢູ່ຂອງດາວເຄາະດວງທີ 9 ຄັ້ງທຳອິດລະບົບການໂຄຈອນທີ່ຜິປົກກະຕິຂອງວັດຖຸໃນແຖບໄຄເປີ 6 ດວງ ທັງໝົດອ່ຽງໃນມຸມ 30 ອົງສາ ເຊິ່ງສະແດງວ່າມີດາວເຄາະໃຫຍ່ຂະໜາດ 10 ເທົ່າຂອງໂລກກຳລັງດຶງພວກເຮົາຢູ່ດ້ານນອກໃນເງົາມືດ ຈາກນັ້ນຫຼັກຖານການຄົງຢູ່ຂອງດາວເຄາະດວງນີ້ກໍ່ມີຕາມມາ ຮວມທັງອິດທິພົນຂອງັນທີ່ມີຕໍ່ວັຖຸພົ້ນດາວເນບຈູນ ແລະ ດວງອາທິດ

ດ້ວຍການໃຊ້ວທີການດຽວກັນທີມວິໄຈມະຫາວິທະຍາໄລແອຣິໂຊນາໄດ້ສັງເກດມຸມອ່ຽງຂອງວັດຖຸໃນແຖບໄຄເປີ 600 ດວງ ແລະ ພົບວ່າ ວັດຖຸທີ່ຢູ່ດ້ານນອກສ່ວນໃຫຍ່ຈະມີລະບົບການໂຄຈອນອ່ຽງໄປປະມານ 8 ອົງສາ ນັ້ນເປັນການແຈ້ງໃຫ້ຮູ້ວ່າມີດາວອີກດວງໜຶ່ງທີ່ມີຂະໜາດເທົ່າດາວອັງຄານໂຄຈອນຢູ່ທີ່ໄລຍະ 60 AU  (AU – ໜ່ວຍດາລາສາດ ເປັນໄລຍະຫ່າງສເລ່ຍລະຫວ່າງໂລກກັບດວງອາທິດ ເທົ່າກັບປະມານ 150 ລ້ານກິໂລແມັດ)

ກ່ອນທີ່ຈະສັງເກດພົບວັດຖຸລຶກລັບນີ້ໂດຍກົງທີມວິໄຈຈະຮຽກມັນວ່າ “ວັຖຸທີ່ມີມວນລະດັບດາວເຄາະ” ໄປກ່ອນ ເນື່ອງຈາກນິຍາມຂອງດາວເຄາະທີ່ທາງສະຫະພັນດາລາສາດສາກົນ (IAU) ກຳນົດຂຶ້ນໃນປີ 2006 ຈະຕ້ອງມີຄຸນສົມບັດ 3 ຢ່າງຄື: 1. ໂຄຈອນຮອບດວງອາທິດ 2. ມີມວນຫຼາຍພໍທີ່ຈະມີແຮງໂນ້ມຖ່ວງສາມາດເຮັດໃຫ້ມຮູບຊົງແບບສົມດຸນໄຮໂດຣສແຕຕິກ ຫຼື ເກືອບມົນ 3. ສາມາດກວາດເທວັດຖຸໃນບໍລິເວນຂ້າງຄຽງວົງໂຄຈອນຂອງມັນອອກໄປໄດ້ໝົດ

ທີມວິໄຈຈະບໍ່ເອີນດາວລຶກລັບນີ້ເປັນດາວເຄາະຈົນກວ່າຈະຄົ້ນພົບມັນແທ້ໆ ໂດຍເຊື່ອວ່າປິດສະໜາທັງໝົດຈະຖືກເປີດເຜີຍເມື່ອກ້ອງໂທລະທັດ LSST (Large Synoptic Survey Telescope) ສາມາດໃຊ້ງານໄດ້ໃນປີ 2020

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...