spot_img
Homeຂ່າວພາຍ​ໃນພົບຜູ້ເຖົ້ານອນໝົດສະຕິຢູ່ເສັ້ນທາງ 450 ປີ

ພົບຜູ້ເຖົ້ານອນໝົດສະຕິຢູ່ເສັ້ນທາງ 450 ປີ

Published on

ອີງຕາມການລາຍງານຂອງ ສະມາຄົມອາສາກູ້ໄພ ນະຄອນຫຼວງວຽງຈັນ ເມື່ອເດິນເດິກຂອງວັນທີ 11 ມິຖຸນາ 2015 ວ່າ ເວລາ 22:00 ຂອງວັນດຽວກັນນີ້ ທາງສະມາຄົມຯ ໄດ້ຮັບແຈ້ງຈາກພົນລະເມືອງດີວ່າ ມີຜູ້ເຖົ້ານອນໝົດສະຕິຢູ່ເສັ້ນທາງ 450 ປີ ທາງທີມງານສະມາຄົມ ອາສາກູ້ໄພນະຄອນຫຼວງວຽງຈັນ ຈຶ່ງໄດ້ຮີບຟ້າວລົງໄປໃນສະຖານທີ່ເກີດເຫດ ແລະໄດ້ພົບກັບແມ່ຍິງອາຍຸປະມານ 70 ກວ່າປີ ນອນໝົດສະຕິຢູ່ ຈຶ່ງໄດ້ຮີບຮ້ອນໃຫ້ການຊ່ວຍເຫຼືອ ໂດຍການນຳສົ່ງໂຮງໝໍ 150 ຕຽງ ແຕ່ບໍ່ຮູ້ຊື່ວ່າຊື່ຫຍັງ ດັ່ງນັ້ນ ຖ້າທ່ານຜູ້ອ່ານຫາກຮູ້ຈັກ ຜູ້ເຖົ້າຜູ້ນີ້ຂໍໃຫ້ໂທແຈ້ງ ສະມາຄົມຯ ດ້ວຍ ທີ່ເບີສາຍດ່ວນ 1624. ຫຼືແຈ້ງໃຫ້ຍາດພີ່ນ້ອງ ລູກຫຼານຂອງຜູ້ກ່ຽວຊາບດ້ວຍ.

 

10931077_442692232576843_1923291740566592664_n 11389991_442689049243828_1195901726622979501_n 11390184_442692385910161_6143804240291658909_n 11412298_442692525910147_4141581880222028863_n

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...