spot_img
Homeຂ່າວທ້ອງຖິ່ນພົບຜູ້ປ່ວຍໄຂ້ຍຸງລາຍໃນທົ່ວປະເທດ ເພີ່ມຂຶ້ນທຸກມື້

ພົບຜູ້ປ່ວຍໄຂ້ຍຸງລາຍໃນທົ່ວປະເທດ ເພີ່ມຂຶ້ນທຸກມື້

Published on

ໃນວັນທີ 6 ຕຸລາ 2020, ທີ່ກະຊວງສາທາລະນະສຸກ ທ່ານ ນາງ ດຣ. ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ລາຍງານໃຫ້ຮູ້ກ່ຽວກັບສະພາບການລະບາດຂອງພະຍາດໄຂ້ຍຸງລາຍ ໃນລາວ ວ່າ: ໃນວັນທີ 05 ຕຸລາ 2020 ສປປ ລາວ ມີຜູ້ຕິດເຊື້ອທັງໝົດ 48 ກໍລະນີ ແລະ ບໍ່ມີຜູ້ເສຍຊີວິດ.

ນັບແຕ່ວັນທີ 01/01/2020-05/10/2020 ມີຜູ້ຕິດເຊື້ອກໍລະນີສະສົມທັງໝົດ 6.966 ຄົນ ມີລາຍງານກໍລະນີໃນ 18 ແຂວງ, ແຂວງ ທີ່ມີການລາຍງານຫຼາຍກວ່າໝູ່ແມ່ນ ນະຄອນຫຼວງວຽງຈັນ ມີເຖິງ 1.603 ຄົນ, ຖັດລົງມາແມ່ນ ບໍລິຄຳໄຊ 776 ຄົນ, ບໍ່ແກ້ວ 689 ຄົນ ແລະ ວຽງຈັນ 671 ຄົນ. ຈຳນວນຜູ້ເສຍຊີວິດ ຍ້ອນພະຍາດໄຂ້ຍຸງລາຍ ມີທັງໝົດ 12 ຄົນ ນະຄອນຫຼວງ 04 ຄົນ, ບໍລິຄຳໄຊ 02 ຄົນ, ຄຳມ່ວນ 02 ຄົນ, ໄຊຍະບູລີ 01 ຄົນ, ຊຽງຂວາງ 01 ຄົນ, ສະຫວັນນະເຂດ 01 ຄົນ ແລະ ຜົ້ງສາລີ 01 ຄົນ.

ສະນັ້ນ, ເພື່ອທຳລາຍແຫຼ່ງເພາະພັນຂອງໜອນນ້ຳຍຸງລາຍ ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ, ຊຸມຊົນ ແລະ ອຳນາດການປົກຄອງທຸກຂັ້ນ ຮ່ວມແຮງຮ່ວມໃຈໃນການປະຕິບັດ 5 ປ ຢ່າງເຄັ່ງຄັດໃຫ້ເປັນປະ ຈຳ, ຖ້າເປັນໄຂ້ໃຫ້ຮີບຮ້ອນໄປພົບແພດໝໍ, ບໍ່ໃຫ້ຊື້ຢາມາກິນເອງ ເພື່ອຈະໄດ້ຮັບການປິ່ນປົວໃຫ້ທັນການ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...