spot_img
Homeຂ່າວພາຍ​ໃນພົບຜູ້ຕິດເຊື້ອໄຂ້ຫວັດນົກ H5N8 ຄົນທຳອິດຂອງໂລກ ເຊິ່ງເປັນການຕິດເຊື້ອຈາກສັດປີກສູ່ຄົນ

ພົບຜູ້ຕິດເຊື້ອໄຂ້ຫວັດນົກ H5N8 ຄົນທຳອິດຂອງໂລກ ເຊິ່ງເປັນການຕິດເຊື້ອຈາກສັດປີກສູ່ຄົນ

Published on

ຣັດເຊຍພົບກໍລະນີເຊື້ອໄຂ້ຫວັດນົກສາຍພັນ H5N8 ເຊິ່ງເປັນຕິດເຊື້ອຈາກສັດປີກສູ່ຄົນເປັນຄັ້ງທຳອິດ ແລະ ໄດ້ແຈ້ງໃຫ້ອົງການອານາໄມໂລກຮັບຮູ້ແລ້ວ.

ສຳນັກງານຂ່າວ ອັນຈາຊີລາຍ ລາຍງານວ່າ: ເມື່ອວັນເສົາທີ 20 ກຸມພາ 2021 ທີ່ຜ່ານມາ ນາງ ແອນນາ ໂປໂປວາ ຫົວໜ້າ ສຳນັກງານບໍລິການເພື່ອການເບິ່ງແຍງສະຫວັດດີການມະນຸດ ແລະ ປ້ອງປ້ອງສິດຂອງຜູ້ບໍລິໂພກ (Rospotrebnadzor) ຂອງຣັດເຊຍ ແຈ້ງກັບສື່ມວນຊົນທ້ອງຖິ່ນວ່າ: ລັດຖະບານແຈ້ງເລື່ອງການພົບຜູ້ຕິດເຊື້ອໄຂ້ຫວັດສາຍພັນ H5N8 ເປັນຄັ້ງທຳອິດຂອງໂລກໃຫ້ອົງການອານາໄມໂລກຮັບຮູ້ແລ້ວ ຫຼັງຈາກໜັ້ນໃຈໃນຜົນການກວດສອບ.

ໃນຊ່ວງກ່ອນໜ້ານີ້ ມີລາຍງານໄຂ້ຫວັດສາຍພັນ H5N8 ລະບາດຢ່າງໜັກໜ່ວງໃນປະເທດລັດເຊຍ ເຊິ່ງຫຼາຍປະເທດໃນເອີຣົບ, ຈີນ, ຕະເວັນອອກກາງ ແລະ ອາຟິກກາເໜືອ ແຕ່ເປັນການລະບາດໃນສັດປີກເທົ່ານັ້ນ ໂດຍມີແຕ່ 3 ສາຍພັນທີ່ເຄີຍຖືກພົບວ່າຕິດຕໍ່ສູ່ຄົນ ໄດ້ແກ່ H5N1, H7N9 ແລະ H9N2.

ນາງ ແອນນາ ໂປໂປວາ ແຈ້ງວ່າ: ເຈົ້າໜ້າທີ່ພົບຄົນເຮັດວຽກໃນຟາມສັດປີກ 7 ຄົນຕິດເຊື້້ອໄຂ້ຫວັດນົກ H5N8 ຕອນທີ່ເກີດການລະບາດຢູ່ພາກໃຕ້ຂອງປະເທດໃນເດືອນທັນວາປີທີ່ຜ່ານມາ ໂດຍເຊື້ອສາຍພັນນີ້ ມີອັດຕາການແຜ່ລະບາດສູງໃນສັດປີກ ແລະອາດຕາຍໄດ້ ແຕ່ຈົນເຖິງປັດຈຸບັນຍັງບໍ່ພົບການແຜ່ເຊື້ອຈາກຄົນສູ່ຄົນ ແລະ ຄົນງານທີ່ຕິດເຊື້ອກໍ່ບໍ່ມີບັນຫາສຸຂະພາບຮ້າຍແຮງ.

ເຖິງຢ່າງໃດກໍ່ຕາມ ນາງ ແອນນາ ໂປໂປວາ ຢໍ້າວ່າ: ນີ້ແມ່ນການຄົ້ນພົບທີ່ສຳຄັນທາງວິທະຍາສາດ ແລະ ເວລາຈະເປັນສິ່ງບອກວ່າ ໄວຣັສຊະນິດນີ້ຈະກາຍພັນເພີ່ມຂື້້ນອີກຫຼືບໍ່. ເຊິ່ງໃນເວລາດຽວກັນ ສະຖາບັນ ເວັກເຕີ້ ໃນເຂດໄຊບີເຣີຍຂອງລັດເຊຍ ເຊຶ່ງເປັນໜຶ່ງໃນໜ່ວຍງານພັດທະນາວັກຊີນຕ້ານໂຄວິດ-19 ເປີດເຜີຍໃນວັນເສົາວ່າ: ພວກເຂົາຈະເລີ່ມຕົ້ນທົດສອບໃນມະນຸດ ແລະພັດທະນາວັກຊີນຕ້ານເຊື້ອ H5N8 ນຳອີກ.

ຮຽບຮຽງໂດຍ: ມົນລະດີ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...