spot_img
Homeຂ່າວຕ່າງປະເທດພົບຜູ້ຕິດເຊື້ອຝີດາດລິງ ກໍລະນີທຳອິດໃນເກົາຫຼີໃຕ້

ພົບຜູ້ຕິດເຊື້ອຝີດາດລິງ ກໍລະນີທຳອິດໃນເກົາຫຼີໃຕ້

Published on

ພົບຜູ້ຕິດເຊື້ອ “ຝີດາດລິງ” ຫຼື “ໝາກສຸກລິງ” ກໍລະນີທຳອິດໃນປະເທດເກົາຫຼີໃຕ້ ພ້ອມຍົກລະດັບການເຝົ້າລະວັງຂອງພະຍາດທີ່ຈະກຳລັງລະບາດນີ້.

ໃນວັນທີ 22 ມິຖຸນາ 2022 ສຳນັກງານຄວບຄຸມ ແລະ ປ້ອງກັນພະຍາດຂອງເກົາຫຼີໃຕ້ ຢືນຢັນການກວດພົບຜູ້ຕິດເຊື້ອຝີດາດລິງ ກໍລະນີທຳອິດໃນເກົາຫຼີໃຕ້ ຈາກຜູ້ຕ້ອງສົງໄສທັງໝົດ 2 ຄົນ, ໂດຍເປັນຄົນເກົາຫຼີໃຕ້ທີ່ເດີນທາງມາຈາກເຢຍລະມັນ ເຊິ່ງຜູ້ກ່ຽວໄດ້ເລີ່ມເຈັບຫົວໃນວັນເສົາ ທີ 18 ມິຖຸນາ ກ່ອນຈະເລີ່ມສະແດງອາການບໍ່ສະບາຍເມື່ອເດີນທາງຮອດເກົາຫຼີໃຕ້.

ລາຍງານລະບຸວ່າ ກໍລະນີຜູ້ຕິດເຊື້ອນີ້ ມີອາການເປັນໄຂ້ໜ້ອຍໜຶ່ງ, ເຈັບຄໍ, ເມື່ອຍ, ແລະ ມີຮອຍຂອງພະຍາດນັ້ນຢູ່ຜິວໜັງ, ດັ່ງນັ້ນເຂົາຈຶ່ງໄດ້ແຈ້ງຕໍ່ໜ່ວຍງານທີ່ກ່ຽວຂ້ອງເພື່ອຈະເຂົ້າຮັບການຮັກສາ.

ແລະຍັງມີຄົນ 1 ເປັນຄົນຕ່າງປະເທດທີ່ເປັນກໍລະນີສົງໄສວ່າຈະແມ່ນຜູ້ຕິດເຊື້ອ ຫຼັງຈາກກວດແລ້ວ ໃນວັນທີ 20 ມິຖຸນາ ຜົນອອກມາວ່າ ເປັນອີສຸກອີໄສ ບໍ່ແມ່ນຝີດາດລິງ.

ໃນຂະນະດຽວກັນ ທາງສຳນັກງານຄວບຄຸມ ແລະ ປ້ອງກັນພະຍາດ ໄດ້ຍົກລະດັບການເຝົ້າລະວັງ ຄວາມສ່ຽງຂອງພະຍາດຝີດາດລິງ ເພື່ອທີ່ຈະຄວບຄຸມການແຜ່ກະຈາຍຂອງພະຍາດໄວຣັສນີ້.

ແຫຼ່ງຂ່າວຈກ ຣອຍເຕີ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...