spot_img
Homeຂ່າວຕ່າງປະເທດພົບຄົນລາວ 7 ຄົນຖືກຍິງເສຍຊີວິດໃນຟາມກັນຊາຜິດກົດໝາຍທີ່ແຄລິຟໍເນຍ

ພົບຄົນລາວ 7 ຄົນຖືກຍິງເສຍຊີວິດໃນຟາມກັນຊາຜິດກົດໝາຍທີ່ແຄລິຟໍເນຍ

Published on

ເວັບໄຊຂ່າວ ລາວທຽນທາມ ລາຍງານໃຫ້ຮູ້ວ່າ ເຈົ້າໜ້າທີ່ຕຳຫຼວດກ່າວເມື່ອວັນອັງຄານທີ່ຜ່ານມາ ພົບຄົນລາວ 7 ຄົນຖືກຍິງເສຍຊີວິດໃນຟາມກັນຊາຜິດກົດໝາຍທີ່ເປີດໃຫ້ບໍລິການໃນຊົນນະບົດຂອງລັດແຄລິຟໍເນຍ.

ເຈົ້າໜ້າທີ່ຕຳຫຼວດອາເມລິກາພົບສົບຜູ້ເຄາະຮ້າຍ 6 ຄົນທີ່ຖືກຍິງເສຍຊີວິດໃນສະຖານທີ່ເກີດເຫດ ເຊິ່ງຄົນທີ 7 ແມ່ນເພດຍິງເສຍໄດ້ຊີວິດທີ່ໂຮງໝໍໃນເວລາຕໍ່ມາ.

ຕຳຫຼວດໄດ້ກ່າວວ່າ ມີປະຊາຊົນຫຼາຍກວ່າ 20 ຄົນ ອາໄສຢູ່ທີ່ພັກໃນ Aguanga ເຂດຊົນນະບົດຂອງລັດແຄລິຟໍເນຍ ເປັນທີ່ຢູ່ອາໄສຊົ່ວຄາວ. ເຮືອນກ້າເບ້ຍ ແລະ ຍານພາຫະນະຖືກໃຊ້ໃນການຜະລິດກັນຊາ.

ເຈົ້າໜ້າທີ່ໄດ້ຢຶດຢາບ້າຈຳນວນຫຼາຍກວ່າ 1,000ເມັດ ແລະ ຕົ້ນກັນຊາອີກຫຼາຍຮ້ອຍຕົ້ນ ເຊິ່ງມີມູນຄ່າສູງເຖິງ 5 ລ້ານໂດລາສະຫະລັດ. ກັນຊາກຳລັງຖືກນຳໄປແປຮູບເປັນນໍ້າມັນ, ນໍ້າເຜິ້ງ ເຊິ່ງເປັນສານເຂັ້ມຂຸ້ນທີ່ສະກັດເອົາສານເຄມີ THC ທີ່ມີສານເຄມີສູງຈາກກັນຊາ.

ຜູ້ເຄາະຮ້າຍທີ່ຖືກພົບເສຍຊີວິດທັງ 7 ຄົນ ແມ່ນຄົນລາວ ສຳລັບແຮງຈູງໃຈໃນການສັງຫານຄັ້ງນີ້ຍັງຢູ່ໃນຂັ້ນຕອນການສືບສວນ-ສອບສວນ ແລະ ໃນພື້ນທີ່ເກີດເຫດຍັງບໍ່ພົບຜູ້ຕ້ອງສົງໃສເທື່ອ.

FBI ໄດ້ຖືກຮຽກໃຫ້ເຂົ້າມາຊ່ວຍໃນການສືບສວນຄະດີນີ້ ເນື່ອງຈາກວ່າເຈົ້າໜ້າທີ່ເຊື່ອວ່າການປະຕິບັດງານດັ່ງກ່າວແມ່ນມີການພົວພັນກັບໜ່ວຍງານໃນລັດອື່ນໆ. ຍານພາຫະນະຈຳນວນໜຶ່ງທີ່ພົບເຫັນຢູ່ສະຖານທີ່ເກີດເຫດແມ່ນໄດ້ລົງທະບຽນຢູ່ນອກພື້ນທີ່ແຄລິຟໍເນຍ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...