spot_img
Homeຂ່າວຕ່າງປະເທດ"ພູເຂົາໄຟຊິນາບຸງ" ອິນໂດເນເຊຍລະເບີດ

“ພູເຂົາໄຟຊິນາບຸງ” ອິນໂດເນເຊຍລະເບີດ

Published on

ເວັບໄຊຂ່າວ npr ລາຍງານເມື່ອວັນທີ 10 ສິງຫາວ່າ ພູເຂົາໄຟຊິນາບຸງ (Sinabung) ໃນເຂດຄາໂຣ ແຂວງສຸມາຕຣາເໜືອຂອງອິນໂດເນເຊຍ ເກີດລະເບີດຂຶ້ນເມື່ອເວລາ 10.16ນາທີ ໄດ້ພົ່ນຄວັນຂຶ້ນສູ່ທ້ອງຟ້າສູງເຖິງ 5,000ແມັດ.

ສຳນັກຂ່າວລາຍງານວ່າ ສຳນັກງານວິທະຍາພູເຂົາໄຟຂອງອິນໂດເນເຊຍ ເຊິ່ງລະບຸວ່າພູເຂົາໄຟຊິນາບຸງທີ່ມີຄວາມສູງ 2,474ແມັດ ຢູ່ພາຍໃຕ້ສະຖານະການເຝົ້າລະວັງໄພ ພ້ອມເຕືອນໃຫ້ຜູ້ອາໃສໃນບໍລິເວນດັ່ງກ່າວໃສ່ຜ້າປິດປາກ-ດັງ ເພື່ອຫຼຸດຜ່ອນຜົນກະທົບຕໍ່ສຂະພາບ ລວມເຖິງການກັກເກັບນໍ້າທີ່ບໍ່ປົນເປື້ອນໃົນລະພິດເອົາໄວ້ ຕະຫຼອດໄປຈົນເຖິງການປັດກວາດຂີ້ເຖົ່າອອກຈາກຫຼັງຄາເຮືອນເພື່ອຫຼີກລ່ຽງການຊດຕົວຂອງອາຄານທີ່ອາດຈະເກີດຂຶ້ນ.

ສຳນັກງານວິທະຍາພູເຂົາໄຟຍັງຮຽກຮ້ອງໃຫ້ປະຊາຊົນທີ່ອາໃສຢຸ່ແຄມແມ່ນໍ້າ ທີ່ມີຕົ້ນນໍ້າຢູ່ໃກ້ພູເຂົາໄຟເຝົ້າລະວັງລາວາຮ້ອນ ແລະ ເຢັນທີ່ອາດໄຫຼລົງສູ່ແມ່ນໍ້າ.

ພູເຂົາໄຟຊິນາບຸງສະຫງົບນິ້ງມາດົນກວ່າ 400ປີ ກ່ອນຈະລະເບີດຂຶ້ນອີກຄັ້ງເມື່ອ 10 ປີທີ່ຜ່ານມາ ແລະ ຕັ້ງແຕ່ນັ້ນມາກໍ່ໄດ້ມີການລະເບີດຂຶ້ນຫຼາຍຄັ້ງ ເຊິ່ງບາງຄັ້ງກໍ່ສົ່ງຜົນຮ້າຍແຮງ ເຮັດໃຫ້ຊາວບ້ານຈຳນວນຫຼາຍຕ້ອງອົບພະຍົບໄປສະຖານອື່ນແບບຖາວອນ. 

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...