spot_img
Homeຂ່າວພາຍ​ໃນພຸດທະສາສະນິກຊົນຮ່ວມພິທີໂອບທອງຄຳ 11 ກິໂລໄສ່ຍອດດວງປີພຣະທາດ ແລະ ບູຊາຫຼຽນ 450 ປີ

ພຸດທະສາສະນິກຊົນຮ່ວມພິທີໂອບທອງຄຳ 11 ກິໂລໄສ່ຍອດດວງປີພຣະທາດ ແລະ ບູຊາຫຼຽນ 450 ປີ

Published on

ເຊີນຊວນ “ພຸດທະສາສະນິກຊົນຮ່ວມພິທີໂອບທອງຄຳ 11 ກິໂລໄສ່ຍອດດວງປີພຣະທາດ ແລະ ບູຊາຫຼຽນ 450 ປີແຫ່ງການປະຕິສັງຂອນພຣະທາດຫຼວງ” ພິທີທາງການ ແລະ ສາສະນາເລີ່ມເວລາ 07.30-09.09 ໂມງ, ໃນມື້ອອກໃໝ່ຂື້ນ 01 ຄໍ່າເດືອນ 12 ພສ 2559 ກົງກັບວັນຈັນ 31 ຕຸລາ 2016 ພາຍໃນກົມມະລຽນພຣະທາດຫຼວງວຽງຈັນ ສປປລາວ

ບັນດາທ່ານມີຈິດໃຈໄສສັດທາບູຊາຫຼຽນ ແລະ ກີ້ພຣະທາດຫຼວງວຽງຈັນ 450 ປີ ສົມທົບເປັນທືນປະຕິສັງຂອນອົງພຣະທາດໂລກາຈຸລະມະນີ ຄັ້ງທີ IV :
(1) ຫຼຽນທອງຄຳ 99,9% ນໍ້າໜັກ 18,45 ກຼາມຈັບເພັດ 4,4 ມິນ, ຈຳນວນຜະລິດ 450 ອົງ ແລະ ລາຄາບູຊາ 8,800,000.- ກີບ/ອົງ;
(2) ຫຼຽນທອງຄຳ 99% ນໍ້າໜັກ 3 ກຼາມ ແລະ ເງີນ 98% ນໍ້າໜັກ 14,5 ກຼາມ, ຈຳນວນຜະລິດ 45,000 ອົງ ແລະ ລາຄາບູຊາ 450,000.-ກີບ/ອົງ;
(3) ຫຼຽນເງີນ 98% ນໍ້າໜັກ 18,45 ກຼາມ, ຈຳນວນຜະລິດ 45,000 ອົງ ແລະ ລາຄາບູຊາ 450,000.-ກີບ/ອົງ;
(4) ຫຼຽນຜົງປະສົມຝຸ່ນປະທາຍພະທາດຫຼວງວຽງຈັນບູຮານທີ່ເກົ່າແກ່, ຈຳນວນຜະລິດ 450,000 ອົງ ແລະ ລາຄາບູຊາ 250,000.-ກີບ/ອົງ;
(5) ຫຼຽນທອງແດງ ປະສົມທອງເຫຼືອງ, ຈຳນວນຜະລິດ 450,000 ອົງ ແລະ ລາຄາບູຊາ 45,000.-ກີບ/ອົງ
(6) ສາມາດຕິດຕໍ່ໄດ້ທີ່ ພະແນກຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວນະຄອນຫຼວງວຽງຈັນ, ໂທຣ 021 212619, 020 2241 3459

4077 4078 4079 7080

ພາບແລະຂ່າວ: Sourioudong Soundar

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...