spot_img
Homeຂ່າວຕ່າງປະເທດພິສູດການເສຍຊີວິດຂອງສອງເຈົ້າໜ້າທີ່ຂອງມຽນມາ ຫຼັງຈາກຖືກທະຫານຈັບໂຕໄປ!!

ພິສູດການເສຍຊີວິດຂອງສອງເຈົ້າໜ້າທີ່ຂອງມຽນມາ ຫຼັງຈາກຖືກທະຫານຈັບໂຕໄປ!!

Published on

ການເສຍຊີວິດຂອງເຈົ້າໜ້າທີ່ພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕ ຫຼື NLD ຂອງທ່ານນາງອອງຊານ ຊູຈີ ໃນຂະນະທີ່ຖືກຈັບໂຕ ເຫດການນີ້ຍິ່ງສະທ້ອນໃຫ້ເຫັນເຖິງຄວາມໂຫດຮ້າຍຂອງກອງທັບທະຫານມຽນມາ.

ຫຼັງຈາກທີ່ມຽນມາຕົກຢູ່ໃນສະຖານະການການເຮັດລັດຖະປະຫານ ເຮັດໃຫ້ບັນດາຜູ້ນໍາຂອງພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕຂອງທ່ານນາງອອງຊານ ຊູຈີ ໄດ້ຖືກຄວບຄຸມໂຕ ແລະ ທະຫານກໍໄດ້ໃຊ້ກໍາລັງເຂົ້າປາບປາມກັບປະຊາຊົນທີ່ລຸກຂື້ນຕໍ່ຕ້ານການເຮັດລັດຖະປະຫານຈົນເຮັດໃຫ້ມີຜູ້ເສຍຊີວິດເປັນຈໍານວນຫຼວງຫຼາຍໜຶ່ງໃນນັ້ນແມ່ນສອງເຈົ້າໜ້າຂອງພັກດັ່ງກ່າວທີ່ຖືກຄຸມໂຕໄປ ແລະ ເສຍຊີວິດແບບຍັງບໍ່ສາມາດສະຫຼຸບສາເຫດການຕາຍແບບຊັດເຈນ.

ທ່ານ ຂິ່ນ ໝ່ອງ ລັດ ແມ່ນໜຶ່ງໃນຄົນທີ່ມີບົດບາດໃນພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕຂອງມຽນມາ ພາຍຫຼັງທີ່ຖືກຄວບຄຸມໂຕໄປກໍໄດ້ເສຍຊີວິດພາຍໃນເວລາບໍ່ດົນ ໂດຍທາງຕໍາຫຼວດໄດ້ແຈ້ງກັບທາງຄອບຄົວວ່າສາເຫດການເສຍຊີວິດແມ່ນເກີດຈາກອາການຫົວໃຈວາຍ ແຕ່ທາງຄອບຄົວບໍ່ເຊື່ອເນື່ອງຈາກຕາມຮ່າງກາຍຂອງທ່ານ ຂິ່ນ ໝ່ອງ ລັດ ມີບາດແຜຫຼາຍບ່ອນ ແລະ ຮ່າງກາຍເຕັມໄປດ້ວຍເລືອດ.

ແລະ ຜູ້ເສຍຊີວິດຄົນທີສອງກໍຄືທ່ານ ຊໍ ເມັຍ ລິນ ທີ່ເປັນນັກເຄື່ອນໄຫວໃນການຕໍ່ຕ້ານລັດຖະບານທະຫານ ແລະ ຖືກຄວບຄຸມໂຕ ແລະ ເສຍຊີວິດໃນເວລາຕໍ່ມາ ໂດຍຕາມຮ່າງກາຍແມ່ນມີຮອຍຊໍ້າ, ບໍ່ລິເວນທ້ອງມີຮອຍຜ່າຕັດ ເຊິ່ງທາງສໍານັກສື່ທາງການຂອງມຽນມາໄດ້ລາຍງານວ່າສາເຫດຂອງການເສຍຊີວິດແມ່ນຕົກໃສ່ທໍ່ເຫຼັກຂະໜາດໃຫຍ່ໃນຂະນະທີ່ປີນກໍາແພງຫຼົບໜີ ແຕ່ທາງຄອບຄົວບໍ່ເຊື່ອໃນສິ່ງທີ່ທາງການທະຫານໄດ້ຊີ້ແຈງ.

ຈາກເຫດການດັ່ງກ່າວລັດຖະບານທະຫານຂອງມຽນມາບໍ່ໄດ້ອອກມາຊີ້ແຈງເຖິງຄວາມເປັນທໍາໃນການປະຕິບັດຕໍ່ກຸ່ມຜູ້ຕໍ່ຕ້ານລັດຖະປະຫານຢ່າງໂຫດຮ້າຍ ອາດຈະເປັນໄປໄດ້ວ່າການປະຕິບັດຂອງທະຫານຕໍ່ກັບທ່ານ ຂິ່ນ ໝ່ອງ ລັດ ແລະ ທ່ານ ຊໍ ເມັຍ ລິນ ນັ້ນເປັນການຕັດສິນໃຈຂອງໜ່ວຍທະຫານທີ່ຄວບຄຸມໂຕທັງສອງໄປ ຫຼື ອາດຈະຖືກກະຕຸ້ນຈາກສະຖານະການທີ່ຕຶງຄຽດພາຍໃນປະເທດ ແລະ ມີຄວາມຮູ້ສຶກກຽດຊັງນັກການເມືອງ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...