spot_img
Homeຂ່າວທ້ອງຖິ່ນພິທີ ເຊັນບົດບັນທຶກສັນຍາສຳປະທານທີ່ດິນ (CA)

ພິທີ ເຊັນບົດບັນທຶກສັນຍາສຳປະທານທີ່ດິນ (CA)

Published on

ອົງການປົກຄອງ ແຂວງໄຊສົມບູນ ແລະ ບໍລິສັດ ທຣູ ແຮັບປີຟາມລາວ-ເກົາຫຼີ ຈຳກັດ ໄດ້ຈັດພິທີເຊັນບົດບັນທຶກສັນຍາສຳປະທານທີ່ດິນ (CA) ໃນຕອນບ່າຍຂອງວັນທີ 3 ກຸມພາ 2022 ຜ່ານມາ, ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເຂົ້າຮ່ວມຂອງທ່ານ ສຸກສະຫວາດ ວົງພູມເຫລັກ, ຮອງເຈົ້າແຂວງໄຊສົມບູນ, ມີຄະນະນຳຂອງແຂວງ, ເຈົ້າເມືອງອະນຸວົງ ພ້ອມດ້ວຍ ບໍລິສັດ ທຣູ ແຮັບປີຟາມລາວ-ເກົາຫຼີ ຈຳກັດ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໃນພິທີ ທ່ານ ສົມລິດ ສຸພັດດີ, ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນ ໄດ້ລາຍງານຫຍໍ້ເນື້ອໃນບົດບັນທຶກສັນຍາສຳປະທານທີ່ດິນ (CA) ຊຶ່ງເປັນໂຄງການສົ່ງເສີມການປູກພືດຜັກ, ສະບຽງອາຫານ ແລະ ການລ້ຽງສັດໃຫຍ່ ທີ່ຕິດພັນກັບໂຮງງານກິມຈິ ຢູ່ເຂດບ້ານພູຫົວຊ້າງ, ເມືອງອະນຸວົງ ແຂວງໄຊສົມບູນ ໃນເນື້ອທີ່ຈຳນວນ 10,82 ເຮັກຕາ ໂດຍໃຊ້ເວລາໃນການສຳປະທານ 20 ປີ ເປັນບໍລິສັດເອກະຊົນ ຕ່າງປະເທດ 100% ຊຶ່ງແມ່ນບໍລິສັດ ທຣູ ແຮັບປີຟາມລາວ-ເກົາຫຼີຈຳກັດ ເປັນຜູ້ເຊົ່າສໍາປະທານ ແລະ ໂຄງການດັ່ງກ່າວ ແມ່ນແທດເໝາະກັບທ່າແຮງໃນການພັດທະນາ ແຂວງໄຊສົມບູນ ທີ່ເປັນພື້ນທີ່ອຸດົມສົມບູນ, ອາກາດດີຕະຫຼອດປີ ເໝາະສົມແກ່ການປູກຝັງ ແລະ ລ້ຽງສັດ ຊຶ່ງຫຼັງຈາກໂຄງການດັ່ງກ່າວສຳເລັດ ຈະເປັນໂສມໝ້າອັນໃໝ່ ທີ່ມີສ່ວນຊ່ວຍຊຸກຍູ້ການພັດທະນາ ແຂວງໄຊສົມບູນ ໂດຍສະເພາະແມ່ນຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າ ພາຍໃນແຂວງ ກໍຄືເມືອງອະນຸວົງ ແລະ ຊຸມຊົນໃກ້ຄຽງ ຈະໄດ້ຮັບເອົາຄວາມຮູ້ອັນໃໝ່ ທາງດ້ານການປູກຝັງ ລ້ຽງສັດ ເພື່ອສ້າງເສດຖະກິດຄອບຄົວ, ມີລາຍຮັບ ແລະ ອາຊີບ ທີ່ໝັ້ນທ່ຽງ ພ້ອມທັງພັດທະນາຊີວິດການເປັນຢູ່ ແລະ ເສດຖະກິດສັງຄົມ ໃຫ້ມີທ່າກ້າວດີຂຶ້ນ.

ຈາກນັ້ນ ໄດ້ມີພິທີ ລົງນາມເຊັນບົດບັນທຶກຄວາມເຂົ້າໃຈ ຢ່າງເປັນທາງການ ຊຶ່ງຕາງໜ້າໃຫ້ແກ່ອົງການປົກຄອງ ແຂວງໄຊສົມບູນ ໂດຍພະແນກແຜນການ ແລະ ການລົງທຶນ, ພະແນກກະສິກຳ ແລະ ປ່າໄມ້, ເມືອງອະນຸວົງ ແລະ ບໍລິສັດ ທຣູ ແຮັບປີຟາມລາວ-ເກົາຫຼີ ຈຳກັດ ໂດຍຊ້ອງໜ້າແຂກ ທີ່ເຂົ້າຮ່ວມ ເປັນສັກຂີພິຍານ.

ແຫຼ່ງຂ່າວ: Media Lao

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...