spot_img
Homeຂ່າວພາຍ​ໃນພິທີ ມອບ-ຮັບ ເຮືອນຢູ່ຖາວອນ ຈໍານວນ 700 ຫຼັງ

ພິທີ ມອບ-ຮັບ ເຮືອນຢູ່ຖາວອນ ຈໍານວນ 700 ຫຼັງ

Published on

ວັນທີ 7 ທັນວາ 2022 ແຂວງ ອັດຕະປື ໄດ້ຈັດພິທີ ມອບ-ຮັບ ເຮືອນຢູ່ຖາວອນ ຈໍານວນ 700 ຫຼັງ,ໃຫ້ປະຊາຊົນທີ່ປະສົບໄພພິບັດຢູ່ເມືອງ ສະໜາມໄຊ, ພິທີຈັດຂື້ນທີ່ບ້ານດົງບາກໃໝ່ຫີນຄໍາ,ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະປະຊາຊົນເຂົ້າຮ່ວມ.

ເຫດການສັນເຂື່ອນໄຟຟ້າເຊ ປຽນ-ເຊນໍ້ານ້ອຍແຕກ ຄັ້ງວັນທີ 23 ກໍລະກົດ 2018 ແມ່ນເຫດການຮ້າຍແຮງທີ່ສຸດ ຊຶ່ງພັກ- ລັດຖະບານ ໄດ້ຈັດເຫດການໃນຄັ້ງນັ້ນເປັນເຫດການລະດັບຊາດ ຊຶ່ງບໍ່ເຄີຍ ມີມາກ່ອນ, ມາຮອດ ວັນທີ 7 ທັນວາປີ 2022 ຊຶ່ງເປັນວາລະຄົບຮອບ 4 ປີເຕັມພໍດີ,ໃນຕະຫຼອດໄລຍະ 4 ປີ ທີ່ຜ່ານມາສູນກາງ ພັກ-ລັດຖະບານ, ອົງການປົກຄອງທ້ອງຖິ່ນ ຂອງແຂວງ, ເມືອງ ມີຄວາມເປັນຫ່ວງເປັນໄຍ ເຫັນອົກເຫັນໃຈພໍ່ແມ່ປະຊາຊົນ ແລະ ໄດ້ຮ່ວມກັບບໍລິສັດພັດທະນາໂຄງການ SK&PNPC ໄດ້ມີຄວາມພະຍາຍາມຢ່າງສຸດຂີດ ເພື່ອຊ່ວຍເຫຼຶອເບິ່ງແຍງຊີວິດການເປັນຢູ່ຂອງປະຊາຊົນຜູ້ປະສົບໄພ.

ໂຄງການກໍ່ສ້າງເຮືອນ 700 ຫຼັງ,ມູນຄ່າທັງໝົດ 24,5 ລ້ານໂດລາສະຫະລັດ ດ້ວຍທຶນຊົດເຊີຍຂອງບໍລິສັດ SK&PNPC ມີ 4 ປະເພດເຮຶອນຄື: ເຮຶອນວິນລາ 80 ຫຼັງ, ເຮືອນກໍ່ 2 ຊັ້ນ 4 ຫຼັງ, ເຮືອນກໍ່ 2 ຊັ້ນປູແປ້ນ 278 ຫຼັງ,ເຮືອນມີກ້ອງລ່າງ 338 ຫຼັງ,ຈັດສັນເຂົ້າໃນ 4 ບ້ານຄື: ບ້ານດົງບາກໃໝ່ຫີນຄໍາ ມີທັງໝົດ 335 ຫຼັງ, ບ້ານຫີນລາດ 197 ຫຼັງ, ບ້ານດອນບົກໃໝ່ແສງຈັນ 70 ຫຼັງ,ບ້ານສະໝອງໃໝ່ປີນດົງ 98 ຫຼັງ, ເລີ່ມກໍ່ສ້າງແຕ່ວັນທີ 2 ມິຖຸນາ 2020 ເປັນຕົ້ນມາ, ໂດຍແມ່ນບໍລິສັດ ວັນແສງອັດຕະປື ເປັນຜູ້ຮັບເໝົາ ກໍ່ສ້າງ, ຊຶ່ງການປະຕິບັດ ແຕ່ຕົ້ນມາຮອດປະຈຸບັນທັງບໍລິສັດປະຕິບັດສຳເລັດ 100% ແລະ ໄດ້ມອບໃຫ້ປະຊົນເຂົ້າຢູ່ຄຶ: ຄັ້ງທີ 1 ວັນທີ 12 ເມສາ 2021, ມີ 153 ຫຼັງ, ຄັ້ງທີ 2 ວັນທີ 4 ເມສາ 2022, ມີ 352 ຫຼັງ ແລະ ຄັ້ງທີ 3 ແມ່ນວັນທີ 7 ທັນວາ 2022, ມີ 195 ຫຼັງ. ລວມ 3 ຄັ້ງທັງໝົດ 700 ຫຼັງ.

ໂອກາດດັ່ງກ່າວໃນພິທີ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ພ້ອມດ້ວຄະນະນໍາຈາກສູນກາງ ແລະ ທ້ອງຖິ່ນ ກໍ່ໄດ້ຮ່ວມກັນລັ່ນຄ້ອງ 9 ບາດ,ຕັດ ປ່ອຍປ້າຍປຸມເປົ້າ ເພື່ອເປັນສິລິມຸງຄຸນໃນການມອບ-ຮັບເຮືອນຢູ່ຖາວອນໃຫ້ປະຊາຊົນທີ່ປະສົບໄພພິບັດຢູ່ເມືອງ ສະໜາມໄຊ, ໄດ້ເຂົ້າຢູ່ຢ່າງເປັນທາງການ.

ແຫຼ່ງຂ່າວ: Lao National Radio

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...