spot_img
Homeຂ່າວທ້ອງຖິ່ນພິທີແຈກຢາຍ ແນວເຂົ້າສາຍພັນໃໝ່ ໃຫ້ເມືອງຈຳພອນ

ພິທີແຈກຢາຍ ແນວເຂົ້າສາຍພັນໃໝ່ ໃຫ້ເມືອງຈຳພອນ

Published on

ໃນວັນທີ 19 ພຶດສະພາ 2022 ນີ້, ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະພັດທະນາຊົນນະບົດ ກະຊວງກະສິກໍາ ແລະປ່າໄມ້ ໄດ້ ຈັດພິທີແຈກຢາຍແນວພັນເຂົ້າ ສາຍພັນໃໝ່ທີ່ທົນນໍ້າຖ້ວມ ໃຫ້ປະຊາຊົນເມືອງຈໍາພອນ.

ໂດຍການເປັນປະທານຂອງທ່ານ ນາງ ປອ ໃຈ ບຸນພະນຸໄຊ ຫົວໜ້າ ສະຖາບັນຄົ້ນຄວ້າ ກະສິກໍາ, ປ່າໄມ້ ແລະພັດທະນາຊົນນະບົດ, ທ່ານ ຊິນ ຫົວໜ້າສູນໂກເປຍ, ທ່ານ ບຸນຊູ ທຸ່ນຊົມພູ ຮອງເຈົ້າເມືອງຈໍາພອນ, ມີບັນດາພະນັກງານວິຊາການ ຈາກ ສະຖາບັນ ພ້ອມດ້ວຍນາຍບ້ານ ແລະປະຊາຊົນ ບ້ານສະຄຶນເໜືອ ແລະບ້ານວັດຕະນາເຂົ້າຮ່ວມ.ໃນໂອກາດນີ້, ທ່ານ ປອ ເພັດມະນີແສງ ຊ້າງໄຊຍະສານ ຫົວໜ້າສູນຄົ້ນຄວ້າເຂົ້າສະຖາ ບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັນທະນາຊົນນະບົດກໍ່ໄດ້ກ່າວ ເປີດພະທີ ພ້ອມທັງກ່າວຈຸດປະສົງ ເຊິ່ງໃຫ້ຮູ້ວ່າ: ຜ່ານມາແຂວງສະ ຫວັນນະເຂດ ກໍ່ແມ່ນແຂວງໜຶ່ງທີ່ ຖືກນໍ້າຖ້ວມ ສົ່ງຜົນໃຫ້ເກີດຄວາມ ເສຍຫາຍໜັກໂດຍສະເພາະນາ ເຂົ້າ ເຊິ່ງເປັນພືດສະບຽງຫຼັກຂອງ ປະຊາຊົນ ດັ່ງນັ້ນ, ເຂົ້າທີ່ນໍາມາ ມອບໃນຄັ້ງນີ້ເປັນສາຍພັນທີ່ໄດ້ ຮັບການປັບປຸງພັດທະນາຂຶ້ນມາ ໃໝ່ ເພື່ອໃຫ້ຊາວນານໍາໃຊ້ທົດ ສອບກັບການປັບໂຕຕໍ່ສະພາບ ພື້ນທີ່ທີ່ເຮັດການຜະລິດຕົວຈິງ.

ເຂົ້າທີ່ນໍາມາມອບໃນຄັ້ງນີ້ມີທັງ ໝົດ 1 ໂຕນ, ຈະມອບໃຫ້ປະຊາຊົນ ບ້ານສະຄຶນເໜືອ ແລະບ້ານວັດ ຕະນາບ້ານລະ 500 ກິໂລກຼາມ, ຄອບຄົວລະ 20 ກິໂລກຼາມ, ເພື່ອ ປູກໃນເນື້ອທີ່ 1.600 ຕາແມັດ, ຄາດຄະເນຈະປູກໄດ້ໃນເນື້ອທີ່ 16 ເຮັກຕາຜະລິດ, ຜົນອາດຈະ ໄດ້ຮັບປະມານ 48 ໂຕນ ຫຼື 3 ໂຕນ/ເຮັກຕາ. ເຂົ້າສາຍພັນນີ້ມີ 5 ຄຸນລັກສະນະເດັ່ນຄື: ທົນນໍ້າຖ້ວມ, ມີກິ່ນຫອມ, ທົນຕໍ່ພະຍາດຄໍຮວງ ເນົ່າ, ທົນພະຍາດເຂົ້າໃບແຫ້ງ ແລະເຮັດໄດ້ທັງນາປີ ແລະນາ ແຊງ. ພາຍຫຼັງທີ່ປະຊາຊົນປັກດໍາ ແລະເກັບກ່ຽວເຂົ້ານາປີສໍາເລັດ ແລ້ວທາງພະນັກງານວິຊາການ ພວກເຮົາຈະໄດ້ລົງມາຕິດຕາມ ແລະເກັບກໍາຂໍ້ມູນຄືນໃໝ່ ເພື່ອ ນໍາໄປປັບປຸງແກ້ໄຂໃຫ້ແນວພັນ ເຂົ້າໃຫ້ມີຄວາມສົມບູນຂຶ້ນຕື່ມ.

ຈາກນັ້ນ, ທ່ານ ນາງ ປອ ໃຈ ບຸນພະນຸໄຊ ກໍ່ໄດ້ມີຄໍາເຫັນ ເຊິ່ງ ທ່ານໄດ້ຍົກໃຫ້ເຫັນຜົນກະທົບທີ່ ເກີດຈາກໄພນໍ້າຖ້ວມໃນປີ 2019 ທີ່ຜ່ານມາ ເຊິ່ງທົ່ວປະເທລາວ ເຮົາໄດ້ຮັບຜົນກະທົບຢ່າງໜັກ. ດັ່ງນັ້ນ, ຖາບັນຄົ້ນຄວ້າ ກະສິກໍາ, ປ່າໄມ້ ແລະພັດທະ ນາຊົນນະບົດ ຈຶ່ງໄດ້ຂໍທຶນຈາກສູນ ໂກເປຍ ເພື່ອນໍາມາພັດ ທະນາແນວ ພັນເຂົ້ານີ້ ເພື່ອຄໍ້າປະກັນສະບຽງ ອາຫານໃຫ້ແກ່ແຂວງສະຫວັນນະ ເຂດ ກໍ່ຄືທົ່ວປະເທດ. ເນື່ອງຈາກ ວ່າເມືອງຈໍາພອນເປັນເມືອງຜະ ລິດເຂົ້າອັນຕົ້ນໆຂອງແຂວງ ຈຶ່ງ ໄດ້ຄັດເລືອກເອົາ 2 ບ້ານທີ່ມີຄວາມ ສ່ຽງສູງທີ່ຈະເກີດນໍ້າຖ້ວມ ເພື່ອ ເປັນການທົດລອງການທົດຕໍ່ສະ ພາບນໍ້າຖ້ວມຂອງແນວພັນເຂົ້າ ໃໝ່ນີ້ ແລ້ວຈຶ່ງນໍາໄປປັບປຸງແກ້ ໄຂຕື່ມອີກ ເພື່ອກຽມປ່ອຍແນວ ພັນອອກສູ່ພື້ນຖານການຜະລິດໃນ ອະນາຄົດ.ຕໍ່ມາ, ບັນດາປະທານ ແລະແຂກທີ່ເຂົ້າຮ່ວມກອງປະຊຸມກໍ່ໄດ້ມີການປະກອບຄໍາຄິດຄໍາເຫັນເຊິ່ງ ກັນ ແລະກັນ ພ້ອມທັງກ່າວມອບ ແນວພັນເຂົ້າໃຫ້ປະຊາຊົນບ້ານສະຄຶນເໜືອ ແລະບ້ານວັດຕະນາ.

ແຫຼ່ງຂ່າວ: ສະຫວັນພັດທະນາ ຂ່າວ / Savanhphathana News

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...