spot_img
Homeຂ່າວພາຍ​ໃນພິທີເບີກໂຊກໄຊຍະມຸງຄຸນ ກ່ອນເປີດເສັ້ນທາງລົດໄຟ ລາວ-ຈີນ

ພິທີເບີກໂຊກໄຊຍະມຸງຄຸນ ກ່ອນເປີດເສັ້ນທາງລົດໄຟ ລາວ-ຈີນ

Published on

ກ່ອນເປີດນຳໃຊ້ເສັ້ນທາງລົດໄຟ ລາວ-ຈີນຢ່າງເປັນທາງການ ໄດ້ມີພິທີເບີກໂຊກໄຊຍະມຸງຄຸນ ເຊິ່ງຈັດຂຶ້ນ ໃນຕອນເຊົ້າຂອງ ວັນທີ 2 ທັນວາ 2021, ທີ່ສະຖານີລົດໄຟນະຄອນຫຼວງວຽງຈັນ, ບ້ານໄຊ, ເມືອງໄຊທານີ, ໂດຍມີການນຳພັກ-ລັດ ນຳໂດຍ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໂດຍມີພະສົງເຂົ້າຮ່ວມໃນການສູດປະຣິດຕະມະຫາມຸງຄຸນໄຊຫຼວງທັງໝົດ 13 ອົງ ນຳໂດຍພຣະມະຫາບຸນມາ ສິມມາພົມ, ຮັກສາການປະທານອົງການພຸດທະສາສະໜາສຳພັນລາວ, ພ້ອມດ້ວຍພຸດທະສາສະນິກກະຊົນ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ໄດ້ຂຶ້ນໄຕ້ທູບທຽນບູຊາພຣະຣັດຕະນະໄຕ ຕາມດ້ວຍການລັ່ນຄ້ອງ 9 ບາດ ເພື່ອເປັນສິຣິມຸງຄຸນ. ຫຼັງຈາກນັ້ນ, ໄດ້ມິພິທີໄຫວ້ພຣະຣັດຕະນະໄຕ ຮັບສິນ, ສູດປະຣິດ ຕະມະຫາມຸງຄຸນໄຊຫຼວງ, ຟັງທຳມະເທດສະໜາບັນຍາຍ 1 ກັນ, ກ່າວຄຳຖວາຍສັງຂະທານ, ເຄນກັນບູຊາທຳມະເທດສະໜາ, ເຄນບ້າງປັດໄຈບູຊາທຳ, ຄາລະວະ-ຮັບພອນ-ຢາດນ້ຳ ແລະຕາງໜ້າຄະນະພະສົງພົມນ້ຳມົນສະຖານີ ແລະ ລົດໄຟ ເພື່ອເປັນສິຣິມຸງຄົນເອົາໂຊກເອົາໄຊ.

ຮູບຈາກ CRI

ພິທີເບີກໂຊກໄຊຍະມຸງຄຸນ ແມ່ນພິທີທີ່ມີຄວາມສຳຄັນທາງສາສະໜາ, ເພື່ອກຳກັດປັດເປົ່າສິ່ງບໍ່ດີທີ່ ຢູ່ໃນສະຖານີທີ່ວັດຖຸ, ບຸກຄົນນັ້ນໆໃຫ້ອອກໄປ ເພື່ອເປັນສິຣິມຸງຄຸນໃນການດຳເນີນກິດຈະການໃຫ້ມີແຕ່ຄວາມຈະເລີນຮຸ່ງເຮືອງ.

ຮູບຈາກ CRI

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...