spot_img
Homeຂ່າວພາຍ​ໃນເຊັນສັນຍາການຊື້-ຂາຍ ຮຸ້ນ ແລະ ສັນຍາຮ່ວມຮຸ້ນ

ເຊັນສັນຍາການຊື້-ຂາຍ ຮຸ້ນ ແລະ ສັນຍາຮ່ວມຮຸ້ນ

Published on

ໃນວັນຈັນ, ວັນທີ 20 ມິຖຸນາ 2022 ທີ່ ກະຊວງການເງິນ, ໄດ້ມີ ພິທີເຊັນສັນຍາການຊື້-ຂາຍ ຮຸ້ນ ແລະ ສັນຍາຮ່ວມຮຸ້ນ ຂອງ ລັດວິສາຫະກິດ ລາວບໍລິການສິນຄ້າຜ່ານແດນ ລະຫວ່າງກະຊວງການເງິນ ແຫ່ງ ສປປ ລາວ ແລະ ບໍລິສັດ ສິດທິ ໂລຈິດສຕິກ ລາວ ຈຳກັດ.

ເຊິ່ງພິທີການເຊັນສັນຍາດັ່ງກ່າວ, ໂດຍການເປັນປະທານຂອງ ທ່ານ ບຸນປອນ ວັນນະຈິດ, ຮອງລັດຖະມົນຕີ ກະຊວງການເງິນ
ໂດຍຜູ້ເຊັນສັນຍາແມ່ນ ທ່ານ ປອ. ສອນເພັດ ອິນທະວົງ, ຫົວຫນ້າກົມ ປະຕິຮູບລັດວິສາຫະກິດ ແລະ ການປະກັນໄພ, ກະຊວງການເງິນ ພ້ອມດ້ວຍຄະນະພະແນກ ແລະ ກະຊວງ
ແລະ ທ່ານ ວຽງຄອນ ສິດທິໄຊ, ຜູ້ອຳນວຍການ ບໍລິສັດ ສິດທິ ໂລຈິດສຕິກ ລາວ ຈຳກັດ ແລະ ບັນດາຜູ້ບໍລິຫານຂັ້ນສູງ ເຂົ້າຮ່ວມ ແລະ ເປັນສັກຂີພິຍານ ການເຊັນສັນຍາໃນຄັ້ງນີ້.

ແຫຼ່ງຂໍ້ມູນ: Sithi Logistics

ບົດຄວາມຫຼ້າສຸດ

ຄົບຮອບ 70 ປີ ສປປ ລາວ ເຂົ້າເປັນສະມາຊິກ ອົງການ ສປຊ ຊຶ່ງກາຍເປັນຮາກຖານໃຫ້ແກ່ ສປປ ລາວ ກ້າວໄປສູ່ການຫຼຸດພົ້ນອອກຈາກ ສະຖານະພາບດ້ອຍພັດທະນາ

ພິທີສະເຫຼີມສະຫຼອງ ຄົບຮອບ 70 ປີ ສປປ ລາວ ເຂົ້າເປັນສະມາຊິກ ອົງການສະຫະປະຊາຊາດ (ສປຊ) ຈັດຂຶ້ນໃນວັນທີ 20 ພະຈິກ 2025 ພາຍໃຕ້ຄຳຂວັນ:...

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...