ພິທີເຊັນບົດບັນທຶກຄວາມເຂົ້າໃຈການຮ່ວມມື ເຊື່ອມຕໍ່ການຊຳລະ ລະຫວ່າງ ບໍລິສັດ ສະຕາ ຟິນເທັກ ຈຳກັດຜູ້ດຽວ ແລະ ທະນາຄານເອຊີລີດາ ລາວ ຈໍາກັດ

ໃນຕອນບ່າຍວັນທີ 15 ກໍລະກົດ 2020, ຢູ່ທີ່ ສໍານັກງານໃຫຍ່ ບໍລິສັດ ສະຕາ ໂທລະຄົມ ໄດ້ມີການຈັດພິທີລົງນາມເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍ ການຮ່ວມມື ເຊື່ອມຕໍ່ການຊຳລະ ຮ່ວມກັນ ລະຫວ່າງ ທະນາຄານ ເອຊີລີດາ ລາວ ຈໍາກັດ ແລະ ບໍລິສັດ ສະຕາ ຟິນເທັກ ຈຳກັດຜູ້ດຽວເຊິ່ງການເຊັນບົດບັນທຶກຄວາມເຂົ້າໃຈ ໃນຄັ້ງນີ້ ຕາງໜ້າລົງນາມ ໂດຍ ທ່ານ ດຣ ຮາຍ ສະວາຍ – ຜູ້ອຳນວຍການ​ໃຫຍ່ທະ​ນາ​ຄານ​ເອຊີລິດາ ລາວ ຈໍາກັດ ແລະ ທ່ານ ລິວແມ໋ງ ຮ່າ – ອຳນວຍການ ບໍລິສັດ ສະຕາ ຟິນເທັກ ຈຳກັດຜູ້ດຽວ ແລະ ທັງເປັນ ຜູ້ອຳນວຍການໃຫ່ຍບໍລິສັດ ສະຕາ ໂທລະຄົມ. ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານໂດຍ ທ່ານ ສຸລິສັກ ທໍານຸວົງ  ຫົວໜ້າກົມ ຄຸ້ມຄອງ ລະບົບ ຊໍາລະສະສາງ ທະນາຄານ ແຫ່ງ ສ ປ ປ ລາວ. ພ້ອມດ້ວຍ ຄະນະຜູ້ບໍລິຫານ,ຄະນະພະແນກ,ຄະນະສູນບໍລິສັດ ສະຕາ ຟີນເທັກ ,ບໍລິສັດ ສະຕາ ໂທລະຄົມ ແລະ ທະ​ນາ​ຄານ​ເອຊີ​ລີດາ ລາວ ຈໍາກັດຕະຫຼອດຮອດພະນັກງານຂອງທັງສອງຝ່າຍ ແລະ ສື່ມວນຊົນກໍ່ໄດ້ເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງໃນການເຊັນບົດບັນທຶກຄວາມເຂົ້າໃຈ ຄັ້ງນີ້ເພື່ອຄົ້ນຄວ້າການຮ່ວມມື ໃນການເປີດກວ້າງການເຂົ້າເຖີງບໍລິການດ້ານການທະນາຄານໃຫ້ສະດວກ ວ່ອງໄວຍິ່ງຂຶ້ນ,  ບໍ່ວ່າຈະເປັນລູກຄ້າ ທີ່ມີບັນຊີ ກະເປົາເງິນ ອີເລັກໂຕຼນິກ ຢູມັນນີ (u – money) ສາມາດໂອນເງິນເຂົ້າບັນຊີໂດຍກົງຂອງທະ​ນາ​ຄານ​ເອຊີລີດາ ລາວ ຈໍາກັດແລະ ບັນຊີທະ​ນາ​ຄານ​ເອຊີລີດາ ລາວ ຈໍາກັດກໍ່ສາມາດໂອນເງິນເຂົ້າບັນຊີ ກະເປົາເງິນອີເລັກໂຕຼນິກ ຢູມັນນີ (u – money) ໄດ້ເຊັ່ນດຽວກັນ ເຊີ່ງເຮັດໃຫ້ມີຄວາມງ່າຍ ຕໍ່ການເຮັດທຸລະກໍາການຊຳລະ ແລະ ການໃຊ້ ບໍລິການຕ່າງໆຂອງທັງສອງຝ່າຍ ບໍ່ວ່າຈະເປັນການໂອນເງິນ,ການຊໍາລະຄ່າບໍລິການຕ່າງໆ ໄດ້ຢ່າງງ່າຍດາຍ ແລະ ວ່ອງໄວ.  ຕະຫລອດໄລຍະຜ່ານມາ ບໍລິສັດ ສະຕາ ຟີນເທັກ ຈໍາກັດ ໄດ້ປະຕິບັດການເຊັນສັນຍາ ການເຊື່ອມຕໍ່ກັບບັນດາ ທະນາຄານອື່ນເຊັ່ນ: ທະນາຄານ ຫຸ້ນສ່ວນການຄ້າທະຫານ – ສາຂາລາວ,ທະນາຄານ ລາວ – ຫວຽດ, ທະນາຄານ ມາຣູຮານ ເຈແປນ ລາວ,ທະນາຄານ ຮ່ວມພັດທະນາ (ເຊັນ ບົດບັນທຶກຄວາມເຂົ້າໃຈຮ່ວມກັນ), ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ(ສະໜອງການບໍລິການດ້ານ “ BCEL E-Commerce ”).

ບໍລິສັດ ສະຕາ ຟີນເທັກຈຳກັດຜູ້ດຽວ ພາຍໃຕ້ເຄື່ອງໝາຍການຄ້າ  ຢູມັນນີ (u – money),ເປັນບໍລິສັດໃນເຄືອຂອງ ບໍລິສັດ ສະຕາ ໂທລະຄົມ ເຊີ່ງໄດ້ຮັບອະນຸຍາດຈາກທະນາຄານແຫ່ງ ສປປ ລາວ ໃນການສະໜອງບໍລິການດ້ານກະເປົາເງິນ ອີເລັກໂຕຼນິກຢ່າງເປັນທາງການ,ເຊີ່ງການໃຫ້ບໍລິການດັ່ງກ່າວນີ້ ຈະເພີ່ມຄວາມສະດວກໃຫ້ແກ່ລູກຄ້າ ປະຊາຊົນທົ່ວໄປ ທີ່ອາໄສ່ຢູ່ທຸກຂົງເຂດ ທົົ່ວປະເທດລາວ ສາມາດເຂົ້າເຖິງທະນາຄານແບບ ດີຈິຕອນ ໄດ້ຢ່າງງ່າຍດາຍທີ່ສຸດ.

ການຮ່ວມມືໃນຄັ້ງນີ້ຖືເປັນອີກໜຶ່ງຍຸດທະສາດໃນການພັດທະນາຂອງບໍລິສັດ ສະຕາ ຟິນເທັກ ຈຳກັດ ແລະ ທະ​ນາ​ຄານ​ເອຊີລີດາ ລາວ ຈໍາກັດ ເພື່ອຕອບສະໜອງຄວາມຕ້ອງການຂອງລູກຄ້າ ແລະ ທັງສອງຝ່າຍຍັງຈະສືບຕໍ່ຄົ້ນຄ້ວາການຮ່ວມມືອື່ນໆ ທີ່ເປັນປະໂຫຍດໃນອານາຄົດ.

ບໍລິສັດ ສະຕາຟີນເທັກ ຈຳກັດ ຫລື ຢູມັນນີ (u – money) ຂໍສະແດງຄວາມຂອບໃຈ ມາຍັງ ທະ​ນາ​ຄານ​ເອຊີລີດາ ລາວ ຈໍາກັດແລະ ລູຸກຄ້າທຸກທ່ານທີ່ນຳໃຊ້ ບໍລິການຢູມັນນີ ຂອງພວກເຮົາຕະຫລອດມາ. ບໍລິສັດ ສະຕາຟີນເທັກ ພາຍໃຕ້ສະໂລແກນ “ທະນາຄານເທິງມືຖືຂອງຄົນລາວ”ຈະສືບຕໍ່ ຮ່ວມມືກັບພາກສ່ວນອື່ນໆ ເພື່ອອໍານວຍຄວາມສະດວກ ໃນການນໍາໃຊ້ ທຸລະກໍາທະນາຄານໃນຍຸກແຫ່ງບໍລິການທະນາຄານ ແບບດີຈິຕອນ.