spot_img
Homeຂ່າວທ້ອງຖິ່ນພິທີມອບຮັບອາວຸດລ່າເນື້ອ

ພິທີມອບຮັບອາວຸດລ່າເນື້ອ

Published on

ໃນຕອນເຊົ້າຂອງວັນທີ 14 ກັນຍາ 2022 ຜ່ານມາ, ຫ້ອງການປ້ອງກັນຄວາມສະຫົງບ ກຸ່ມສາກົກ ເມືອງຮ້ຽມ ແຂວງຫົວພັນ ໄດ້ຈັດພິທີມອບຮັບອາວຸດລ່າເນື້ອ (ປືນແກັບ) ຢູ່ຫ້ອງການ ປກສ ກຸ່ມບ້ານສາກົກ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ພັທ ພຸດອານົງ ມະນີວົງ ຮອງຫົວໜ້າກອງບັນຊາການ ປກສ ເມືອງຮ້ຽມ, ຫົວໜ້າ ພະແນກສໍາມະໂນຄົວ ກອງບັນຊາການ ປກສ ເມືອງ, ພ້ອມດ້ວຍອົງການປົກຄອງບ້ານ 5 ບ້ານທີ່ຂື້ນກັບກຸ່ມສາກົກເຂົ້າຮ່ວມ.

ສຳລັບອາວຸດທີ່ນໍາມາມອບໃນຄັ້ງນີ້ມີຈໍານວນ 52 ກະບອກ ເຊິ່ງໄດ້ມາຈາກພໍ່ແມ່ປະຊາຊົນຜູ້ທີ່ມີອາວຸດລ່າເນື້ອໄວ້ຄອບຄອງ ທີ່ມີຄວາມສະມັກໃຈມາມອບໃຫ້ຫ້ອງການ ປກສ ກຸ່ມ ໂດຍໄດ້ຜ່ານການສຶກສາອົບຮົມທາງດ້ານການເມືອງແນວຄິດ, ໃຫ້ມີຄວາມເຂົ້າໃຈ, ມີສະຕິ ແລະ ເຄົາລົບຕໍ່ກົດໝາຍບ້ານເມືອງ ຈາກເຈົ້າໜ້າທີ່ກໍ່ຄື ປກສ ກຸ່ມສາກົກ ທີ່ໄດ້ຍົກເຫັນໄດ້ເຖິງຜົນກະທົບທີ່ຈະຕາມມາໃນການມີອາວຸດລ່າເນື້ອໄວ້ຄອບຄອງ, ເຊິ່ງກ່າວມອບໂດຍ ທ່ານ ຮອ ຄໍາຜິວ ໄຊຍະຈັກ ຫົວໜ້າ ປກສ ກຸ່ມ ບ້ານສາກົກ ແລະ ກ່າວຮັບໂດຍ ທ່ານ ພັທ ພຸດອານົງ ມະນີວົງ ຮອງກອງບັນຊາການ ປກສ ເມືອງຮ້ຽມ ເພື່ອນຳເອົາອາວຸດຈຳນວນດັ່ງກ່າວໄປທຳລາຍຖີ້ມ.
ພາບ-ຂ່າວ: ປກ​ສ ເມືອງ​ຮ້ຽມ

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...