spot_img
Homeຂ່າວຕ່າງປະເທດພາລະກິດສູ້ໂຄໂຣນາ! ນັກໂທດຊາຍໄຕ້ຫວັນຫຍິບໜ້າກາກອະນາໄມໃນຄຸກ

ພາລະກິດສູ້ໂຄໂຣນາ! ນັກໂທດຊາຍໄຕ້ຫວັນຫຍິບໜ້າກາກອະນາໄມໃນຄຸກ

Published on

ສື່ຕ່າງປະເທດລາຍງານໃນວັນທີ 11 ມີນາ ນີ້ວ່າ: ນັກໂທດໄຕ້ຫວັນກຸ່ມໜຶ່ງໃນຄ້າຍຄຸມຂັງດັດສ້າງ ໄທເປຂອງໄຕ້ຫວັນ ກຳລັງຕັ້ງໜ້າຫຍິບໜ້າກາກອະນາໄມ ເພື່ອປ້ອງກັນພະຍາດເຊື້ອໄວຣັດໂຄໂຣນາສາຍພັນໃໝ່ 2019 ຫຼື ໂຄວິດ-19 ໂດຍຜະລິດໄດ້ແລ້ວ 52.000 ອັນ ຕັ້ງແຕ່ກາງເດືອນກຸມພາທີ່ຜ່ານມາ.

ຕາມປົກກະຕິແລ້ວ, ນັກໂທດຊາຍກຸ່ມນີ້ຈະເຮັດວຽກຫຍິບເຄື່ອງແບບຄ້າຍຄຸມຂັງດັດສ້າງທີ່ໂຮງງານແຫ່ງໜຶ່ງໃນເມືອງ ເຖົາຫຍວນ ທາງພາກຕາເວັນຕົກສຽງເໜືອຂອງໄຕ້ຫວັນ. ແຕ່ປັດຈຸບັນນີ້, ໄດ້ປ່ຽນມາຫຍິບໜ້າກາກອະນາໄມ ໂດຍນັກໂທດຊາຍຄົນໜຶ່ງ ອາຍຸ 50 ປີ ທີ່ຢູ່ໃນຄ້າຍຄຸມຂັງດັດສ້າງມາແລ້ວ 10 ປີ ໃນຂໍ້ຫາຄອບຄອງຢາເສບຕິດ ແລະ ອາວຸດ, ເຊິ່ງມີໂທດຈຳຄຸກທັງໝົດ 23 ປີ ເປີດເຜີຍວ່າ ຄິດເຖິງຄອບຄົວຕະຫຼອດເວລາທີ່ຫຍິບໜ້າກາກອະນາໄມ; ຄອບຄົວບອກໃນລະຫວ່າງທີ່ມາຢ້ຽມຢາມວ່າ ຫາຊື້ໜ້າກາກອະນາໄມບໍ່ໄດ້ເລີຍ ຜູ້ກ່ຽວເລີຍບອກກັບຄືນວ່າ ກຳລັງຫຍິບໜ້າກາກອະນາໄມຢູ່ ຫວັງວ່າຈະສົ່ງໄປຮອດພວກເຂົາທຸກຄົນ ເພື່ອໃຫ້ໄດ້ໃຊ້ໃນທີ່ສຸດ. ໜ້າກາກອະນາໄມເຫຼົ່ານີ້ ເຮັດໃຫ້ຜູ້ກ່ຽວຮູ້ສຶກໄດ້ວ່າ ໄດ້ຊ່ວຍສັງຄົມ ແລະ ມີຄວາມພາກພູມໃຈໃນຕົວເອງ.

ນັກໂທດໃນໄຕ້ຫວັນຫຼາຍຄົນອາສາສະໝັກຫຍິບຜ້າໜ້າກາກອະນາໄມ ດ້ວຍສະໝັກໃຈ ເຖິງແມ່ນວ່າປົກກະຕິແລ້ວຄ້າຍຄຸມຂັງດັດສ້າງ ມັກຈ້າງພວກເຂົາຜະລິດສິນຄ້າຕ່າງໆ ເຊັ່ນ: ເຄື່ອງຖັກແສ່ວ, ຜະລິດສະບູ່ອາບນໍາ ແລະ ສິນຄ້າອື່ນໆອີກຫຼາຍຊະນິດ. ນອກຈາກເປັນການຝຶກທັກສະວິຊາຊີບແລ້ວ ຍັງເປັນການຫາລາຍໄດ້ເພື່ອນຳມາໃຊ້ໃນການປັບປຸງສະພາບການເປັນຢູ່ພາຍໃນຄ້າຍຄຸມຂັງດັດສ້າງອີກດ້ວຍ.

 

ຮຽບຮຽງຂ່າວ: ພຸດສະດີ

ແຫຼ່ງຂໍ້ມູນ: thestandard.co

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...