spot_img
Homeຂ່າວຕ່າງປະເທດພາຍຸເຮີຣິເຄນແມດຣິວທີ່ີຮ້າຍແຮງທີ່ສຸດ ພັດເຂົ້າແຄຣິບບຽນ

ພາຍຸເຮີຣິເຄນແມດຣິວທີ່ີຮ້າຍແຮງທີ່ສຸດ ພັດເຂົ້າແຄຣິບບຽນ

Published on

ອີງຕາມການລາຍງານຂ່າວຂອງສຳນັກຂ່າວສານຕ່າງປະເທດວັນທີ 2 ຕຸລາຜ່ານມານີ້ວ່າ ພາຍຸເຮີຣິເຄນແມດຣິວ ເປັນພາຍຸທີພັດມາຈາກມະຫາສະໝຸດອັດລັງຕິກ ທີ່ຮຸນແຮງທີ່ສຸດໃນຮອບສິບປີ ເຊິ່ງພາຍຸລູກນີ້ ພັດຢູ່ແຄມຝັ່ງໂຄລອມເບຍ ແລະເວເນຊຸເອລາ ຢູ່ທະເລແຄຣິບບຽນ ດ້ວຍຄວາມໄວຂອງພາຍຸປະມານ 240 ກິໂລແມັດຕໍ່ຊົ່ວໂມງ ເຊິ່ງຖືວ່າຮ້າຍແຮງທີ່ສຸດ ຫຼືລະດັບ 5 ແຕ່ບາງເວລາກໍຫຼຸດກຳລັງລົງເຫຼືອ 4 ແລະກໍ່ໃຫ້ເກີດຝົນຕົກແຮງ ຢູ່ທີ່ເຮຕິຈາເມກາ ເຮັດໃຫ້ທາງການຕ້ອງປະກາດເຕືອນໄພ ພ້ອມກັບສະຖານະການລະດັບສູງສຸດ ແລະໄດ້ກຽມພື້ນທີ່ຮອງຮັບຜູ້ທີ່ບໍ່ມີບ່ອນຢູ່ອາໄສຫຼາຍພັນຄົນ

ໃນຂະນະດຽວກັນ ທາງຫ້າງຮ້ານສັບພະສິນຄ້າ ຢູ່ທີ່ ຈາເມກາ ແມ່ນມີຄົນເຂົ້າໄປຊື້ເຂົ້າ, ປາ, ອາຫານ ໄວ້ ເພື່ອຄວາມສະດວກ, ທາງທະຫານກໍໄດ້ຮັບຄຳສັ່ງກຽມພ້ອມພາລະກິດຊ່ວຍເຫຼືອຜູ້ປະສົບໄພ, ສ່ວນການເຄື່ອນໂຕຂອງພາຍຸ ແມ່ນພັດໄປທາງທິດເໜືອ ແລະທິດຕາເວັນຕົກສ່ຽງເໜືອ ແມ່ນມີຄວາມຊ້າ ປະມານ 9 ກິໂລແມັດຕໍ່ຊົ່ວໂມງ ຄິດວ່າຈະພັດຮອດແຄມຝັ່ງເຮຕິ ຈາເມກາ ແລະຄິວບາ ໃນມື້ນີ້ ທີ 3 ຕຸລາ ຫຼືວັນທີ 4 ຕຸລານີ້ ແລະອາດຈະພັດໄປຫາລັດຟໍຣິດາຂອງສະຫະລັດ ໂດຍທີ່ພາຍຸລູກນີ້ ຖືວ່າຮ້າຍແຮງທີ່ສຸດນັບແຕ່ປີ 2007

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...