spot_img
Homeຂ່າວພາຍ​ໃນພາກລັດ ແລະ ພາກທຸລະກິດ ໄດ້ປະເມີນຜົນການປັບປຸງສະພາບແວດລ້ອມ ການດໍາເນີນທຸລະກິດ ໃນປີ 2022 ແລະ ກໍານົດທິດທາງປັບປຸງ ສໍາລັບປີ 2023 ຫາ...

ພາກລັດ ແລະ ພາກທຸລະກິດ ໄດ້ປະເມີນຜົນການປັບປຸງສະພາບແວດລ້ອມ ການດໍາເນີນທຸລະກິດ ໃນປີ 2022 ແລະ ກໍານົດທິດທາງປັບປຸງ ສໍາລັບປີ 2023 ຫາ 2024

Published on

ວັນທີ 27 ມີນາ 2023 ກອງປະຊຸມທຸລະກິດລາວ ຄັ້ງທີ 14 ໄດ້ຖືກຈັດຂຶ້ນທີ່ ນະຄອນຫຼວງວຽງຈັນ, ເພື່ອທົບທວນຄືນຜົນຂອງການປຶກສາຫາລື ລະຫວ່າງພາກລັດ ແລະ ພາກທຸລະກິດ ທີ່ແນໃສ່ ປັບປຸງສະພາບແວດລ້ອມ ການດໍາເນີນທຸລະກິດໃນ ສປປ ລາວ. ກອງປະຊຸມດັ່ງກ່າວໄດ້ໃຫ້ກຽດເຂົ້າຮ່ວມໂດຍຜູ້ຕາງ ຫນ້າຈາກຂະແຫນງການຕ່າງໆຂອງພາກລັດ, ບັນດາຜູ້ປະກອບການລາວ ແລະ ຕ່າງປະເທດ, ບັນດາທຸຕານຸທູດ ແລະ ອົງການຈັດຕັ້ງສາກົນຕ່າງໆ ຫຼາຍກວ່າ 400 ທ່ານ.

ໃນບົດກ່າວເປີດກອງປະຊຸມ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໄດ້ເນັ້ນຫນັກເຖິງຄວາມ ສໍາຄັນຂອງການພັດທະນາພາກທຸລະກິດ ຕໍ່ການບັນລຸເປົ້າຫມາຍການສົ່ງເສີມຄວາມຫຼາກຫຼາຍທາງເສດຖະກິດ, ການຟື້ນ ຕົວຂອງເສດຖະກິດຈາກຜົນກະທົບຂອງການລະບາດພະຍາດໂຄວິດ-19 ການສ້າງເງື່ອນໄຂຫຼຸດພົ້ນ ຈາກສະຖານະພາບຂອງປະເທດດ້ອຍພັດທະນາກ່ອນ ປີ 2026. ທ່ານ ນາຍົກ ລັດຖະມົນຕີ ຍັງໄດ້ ກ່າວເຖິງ ຄຸນລັກສະນະພື້ນຖານ ຂອງບັນດາເສດຖະກິດທີ່ມີອັດຕາການເຕີບໂຕຂອງເສດຖະກິດທີ່ສູງ ແລະ ມີຄວາມຍືນຍົງ ເປັນຕົ້ນແມ່ນ ການມີນະໂຍບາຍເປີດກວ້າງຕໍ່ພາຍນອກ, ການມີສະຖຽນລະພາບດ້ານເສດຖະກິດມະຫາພາກ, ການມີ ແຜນພັດທະນາໄລຍະຍາວ ແລະ ອັດຕາການອອມທີ່ສູງ, ການຈັດສັນຊັບພະຍາກອນຕາມກົນໄກຂອງຕະຫຼາດ ແລະ ການມີພາກລັດທີ່ມີປະສິດທິພາບສູງ.

ຈຸດປະສົງຂອງກອງປະຊຸມທຸລະກິດລາວໃນຄັ້ງນີ້ ແມ່ນເພື່ອລາຍງານຫມາກຜົນ ແລະ ຄວາມຄືບຫນ້າຂອງການປຶກສາຫາລື ລະຫວ່າງພາກລັດ ແລະ ພາກທຸລະກິດ ຈາກກອງປະຊຸມທຸລະກິດລາວ ຄັ້ງທີ 18 ເປັນຕົ້ນມາ. ຜູ້ຕາງຫນ້າຈາກພາກທຸລະກິດ ຍັງໄດ້ກ່າວຊົມເຊີຍຄວາມພະຍາຍາມ ແລະ ຄວາມເອົາໃຈໃສ່ຂອງລັດຖະບານ ທີ່ມີຕໍ່ການປັບປຸງສະພາບແວດລ້ອມ ການດໍາເນີນທຸລະກິດໃນປະເທດ. ບັນດາຜົນສໍາເລັດຕົ້ນຕໍໃນໄລຍະຫນຶ່ງປີຜ່ານມາປະກອບມີ ການຫຼຸດເວລາ ແລະ ຄ່າໃຊ້ຈ່າຍໃນການເລີ້ມຕົ້ນການດໍາເນີນທຸລະກິດ ສໍາລັບກິດຈະກໍາ ທີ່ບໍ່ນອນຢູ່ໃນບັນຊີຄວບຄຸມ, ການນໍາໃຊ້ວິທີຄວບຄຸມຄວາມສ່ຽງ ໃນການອອກໃບອະນຸຍາດດໍາເນີນທຸລະກິດ ໃນບາງຂະແຫນງການ, ປັບປຸງການ ເຂົ້າເຖິງກົດຫມາຍ ແລະ ລະບຽບການທີ່ພົວພັນກັບການຄ້າ ແລະ ການລົງທຶນ, ຄວາມພະຍາຍາມໃນການຈັດຕັ້ງປະຕິບັດ ບັນດາຂໍ້ຜູກພັນ ທີ່ຕົກລົງໃນສົນທິສັນຍາການຄ້າ ສອງຝ່າຍ ແລະ ຫຼາຍຝ່າຍເຊັ່ນ: ລະດັບພາກພື້ນ ລະດັບສາກົນ ແລະ ການເພີ່ມທະວີຂີດຄວາມສາມາດໃຫ້ແກ່ ຈຸນລະວິສາຫະກິດ, ວິສາຫະກິດຂະຫນາດນ້ອຍ ແລະ ກາງ ຫຼື MSMEs.

ນັບແຕ່ ກອງປະຊຸມທຸລະກິດລາວ ຄັ້ງທີ 13 ເປັນຕົ້ນມາ, ຫນ່ວຍງານປຶກສາຫາລືພາກທຸລະກິດ ແລະ ຂະແຫນງການ ກ່ຽວຂ້ອງຂອງພາກລັດ ໄດ້ກໍານົດຂໍ້ສະເຫນີການແກ້ໄຂບັນຫາບູລິມະສິດ ທັງຫມົດ 49 ຂໍ້ສະເຫນີ, ເຊິ່ງຕິດພັນກັບຂົງເຂດ ຕ່າງໆເຊັ່ນ: ຂັ້ນຕອນການກໍ່ຕັ້ງທຸລະກິດ, ການອໍານວຍຄວາມສະດວກທາງດ້ານການຄ້າ, ການເຂົ້າເຖິງແຫຼ່ງທຶນ, ການບັງຄັບໃຊ້ກົດຫມາຍ ແລະ ລະບຽບການ, ການສົ່ງເສີມການທ່ອງທ່ຽວທີ່ຍືນຍົງ ແລະ ການຜະລິດກະສິກໍາ, ເຊິ່ງ ມີ 21 ຂໍ້ສະເຫນີ ທີ່ແກ້ໄຂໄດ້ແລ້ວ, 20 ຂໍ້ສະເຫນີ ແມ່ນມີຄວາມຄືບຫນ້າໃນການແກ້ໄຂ ແຕ່ຕ້ອງການເວລາເພີ່ມເຕີມ, ສ່ວນ ອີກ 08 ຂໍ້ສະເຫນີ ແມ່ນບໍ່ສາມາດແກ້ໄຂໄດ້ ເນື່ອງຈາກມີຂໍ້ຈໍາກັດ ທີ່ສົມເຫດສົມຜົນ.

ກອງປະຊຸມຍັງໄດ້ຕົກລົງເຫັນດີຕໍ່ກັບແຜນຈັດຕັ້ງປະຕິບັດເພື່ອສືບຕໍ່ການປຶກສາຫາລື ແລະ ຊອກຫາວິທີແກ້ໄຂສໍາລັບ 20 ຂໍ້ສະເຫນີບູລິມະສິດທີ່ຍັງຄົງຄ້າງ ພາຍໃນ 12 ເດືອນຕໍ່ຫນ້າ.

ທ່ານ ນາຍົກລັດຖະມົນຕີ ໄດ້ກ່າວໂອ້ລົມໃນຕອນທ້າຍຂອງກອງປະຊຸມ ໂດຍໄດ້ສະແດງໃຫ້ເຫັນເຖິງຄວາມມຸ່ງຫມັ້ນ ຂອງລັດຖະບານ ທີ່ມີຕໍ່ການປັບປຸງການປຶກສາຫາລື ລະຫວ່າງພາກລັດ ແລະ ພາກທຸລະກິດໃຫ້ມີປະສິດທິພາບຫຼາຍຂຶ້ນ ໂດຍຜ່ານມາດຕະການເພີ່ມທະວີຄວາມຮັບຜິດຊອບຂອງຂະແຫນງການທີ່ກ່ຽວຂ້ອງ ຕໍ່ການແກ້ໄຂບັນຫາ ທີ່ຕິດພັນກັບ ຕົ້ນທຶນ, ຄວາມສ່ຽງ ແລະ ອຸປະສັກ ທີ່ມີຕໍ່ການແຂ່ງຂັນຢ່າງຍຸຕິທໍາລະຫວ່າງທຸລະກິດ.

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...