ພັກກາຍພັກໃຈທີ່ຣີເວີຣີສອດ ເມືອງຈໍາປາສັກ

ສະຖານທີ່ພັກຜ່ອນອີກແຫ່ງໜຶ່ງທີ່ເຊື່ອງຊ້ອນໃນປ່າໄມ້ຂຽວຊຸ່ມດັ່ງມໍລະດົກອັນລໍ້າຄ່າເຊັ່ນ ຣີເວີຣີສອດທີ່ຕັ້ງຢູ່ເມືອງຈໍາປາສັກ. ຣີສອດດັ່ງກ່າວໃນເມື່ອກ່ອນເປັນສວນດອກກ້ວຍໄມ້ ມີເນື້ອທີ່ດິນຂຽວອຸ່ມທຸ່ມທັງໝົດ 30,000 ຕາຕະລາງແມັດ, ຣີສອດນີ້ເປັນອີກໜຶ່ງສະຖານທີ່ທີ່ເໝາະສົມແກ່ນັກທ່ອງທ່ຽວທີ່ກໍາລັງຊອກຫາສະຖານທີ່ພັກຜ່ອນທີ່ມີກິ່ນອາຍຂອງຄວາມເປັນທໍາມະຊາດພັກຜ່ອນໄດ້ຢ່າງຫຼູຫຼາ ແລະ ຈັດຢູ່ໃນລະດັບລາຄາທີ່ໃຜໆກໍ່ຈັບຕ້ອງໄດ້.

ສ່ວນຕົວຂ້າພະເຈົ້າເອງໄດ້ຍິນຊື່ສຽງຂອງຣີເວີ້ຣີສອດມາໄລຍະໜຶ່ງແລ້ວວ່າຣີສອດດັ່ງກ່າວບໍ່ພຽງແຕ່ງາມຕະການຕາແຕ່ຍັງເປັນຣີສອດທີ່ໃຫ້ຄວາມສຳຄັນກັບທຸກໆລາຍລະອຽດ.ເຫັນຫຼາຍໆຄົນກ່າວວ່າສະຖານທີ່ນີ້ຖືເປັນຈຸດເດັ່ນຂອງພາກໃຕ້, ຂ້າພະເຈົ້າຈິ່ງຕ້ອງມາສໍາພັດດ້ວຍຕົວເອງ.

ຕົ້ນ ຜູ້ຈັດການທົ່ວໄປຂອງຣີສອດຊາວໄທ ໄດ້ທັກທາຍຂ້າພະເຈົ້າດ້ວຍຮອຍຍິ້ມແຈ່ມໃສ ແລະ ໄດ້ພາຂ້າພະເຈົ້າເລາະຊົມສະຖານທີ່ຈົນຮອດຫ້ອງພັກຂອງຂ້າພະເຈົ້າ. ຣີສອດມີເຮືອນພັກທັງໝົດ 28 ຫ້ອງ, ເຊິ່ງສາມາດເບິ່ງເຫັນທິວທັດແມ່ນໍ້າຂອງ ຫຼື ທິວທັດສວນຈາກຫ້ອງພັກແຕ່ລະຫ້ອງໄດ້.

ຣີສອດດັ່ງກ່າວມີສະລອຍນໍ້າແບບອິນຟີນິຕີ້ ສອງສະ ເຊິ່ງທ່ານສາມາດເພີດເພີນໄປກັບວິວແມ່ນໍ້າເວລາໄດ້ໃນຂະນະທີ່ລອຍລ່ອງຕາມແຄມສະ. ຫ້ອງອາຫານຂອງຣີສອດຕັ້ງຢູ່ແຄມນໍ້າຂອງ ເຊິ່ງໃຫ້ບໍລິການອາຫານຫຼາກຫຼາຍສັນຊາດ ບໍ່ວ່າຈະເປັນ ລາວ, ໄທ ແລະ ອາຫານຈາກເຂດຕາເວັນຕົກ. ທັງນີ້, ຫ້ອງອາຫານຍັງມີສ່ວນດາດຟ້າເພື່ອໃຫ້ບໍລິການຈັດງານລ້ຽງແບບສ່ວນຕົວ ຫຼື ຈັດກອງປະຊຸມ, ແລະ ຍັງມີບາຣ໌ເຄື່ອງດື່ມໄວ້ໃຫ້ບໍລິການນໍາອີກ. ນອກຈາກນີ້, ທາງຣີສອດຍັງມີເຮືອໄວ້ບໍລິການແຂກທີ່ສົນໃຈຢາກລ່ອງເຮືອຕາມລໍາແມ່ນໍ້າຂອງແລະຊົມຕາເວັນຕົກດິນ.

ເຈົ້າຂອງຣີສອດ ຄົນອາເມລິກາ ແລະ ຄົນຍີ່ປຸ່ນຕົກຫຼຸມຮັກກັບສະຖານທີ່ແຫ່ງນີ້ຈິ່ງພາກັນລົງທຶນສ້າງຣີສອດທີ່ມີເອກະລັກ ໂດຍຍັງຄົງຮັກສາຄວາມເປັນເອກະລັກຂອງທ້ອງຖິ່ນ ພ້ອມທັງສຸມໃສ່ພັດທະນາການເປັນຢູ່ຂອງແຂກທີ່ມາພັກ ແລະ ຊຸມຊົນ. ເຈົ້າຂອງທຸລະກິດທັງສອງມີຄວາມມຸ່ງໝັ້ນໃນການສ້າງຄວາມຍືນຍົງໃຫ້ແກ່ຊຸມຊົນ ຈິ່ງພ້ອມກັນເອົາໃຈໃສ່ພັດທະນາການດຳເນີນກິດຈະການຂອງຣີສອດໃຫ້ຕິດພັນກັບທຳມະຊາດເຊັ່ນ: ໝັກປຸ໋ຍຈາກສິ່ງເສດເຫຼືອເພື່ອນໍາມາໃຊ້ໃນການປູກດອກໄມ້, ຕົ້ນໝາກໄມ້, ແລະ ສວນຜັກ; ນໍາໃຊ້ພະລັງງານແສງອາທິດໃນຫ້ອງຄົວ; ນໍາໃຊ້ໄມ້ໄຜ່ທີ່ເກີດຂຶ້ນຕາມທຳມະຊາດໃນພື້ນທີ່ມາເຮັດເປັນເຟີນີເຈີ; ພ້ອມດຽວກັນຍັງເຮັດນາໃນເຂດຣີສອດອີກດ້ວຍ. ພະນັກງານຂອງຣີສອດສ່ວນໃຫຍ່ແມ່ນຄົນທ້ອງຖິ່ນແລະເຂົາເຈົ້າເອງໄດ້ຮຽນຮູ້ວ່າ  ເຂົາເຈົ້າສາມາດນໍາທັກສະການໂຮງແຮມມາພັດທະນາຊີວີດການເປັນຢູ່ຂອງເຂົາເຈົ້າແລະເຮັດໃຫ້ຄົນຮູ້ຈັກທ້ອງຖິ່ນຂອງເຂົາເຈົ້າຫຼາຍຂຶ້ນ.

ການເຮັດເຮືອແບບນໍາເຮືອສອງລໍາມາຕໍ່ໃສ່ກັນແລ້ວປົກດ້ວຍແພແມ່ນເປັນທີ່ນິຍົມຫຼາຍໃນເຂດນີ້ ຫຼື ເອີ້ນອີກຢ່າງໜຶ່ງແມ່ນ ເຮືອແພ. ຂ້າພະເຈົ້າຕັດສິນໃຈລ່ອງເຮືອແພ ນັ່ງຊົມທິວທັດກ້ອງຫຼັງຄາຫຍ້າເຟືອງຮັບປະທານອາຫານວ່າງພ້ອມທັງຈິບເບຍເຢັນໆໄປນໍາ ເປັນສິ່ງໜຶ່ງທີ່ຊ່ວຍຜ່ອນຄາຍຈາກອາກາດຮ້ອນອົບເອົ້າຕອນຄ້ອຍແລງໄດ້ເປັນຢ່າງດີ.

ໃນລະຫວ່າງທີ່ຂ້າພະເຈົ້າກໍາລັງຫຼົງໄຫຼກັບທໍາມະຊາດແລະວິຖີຊີວິດຂອງຊຸມຊົນທ້ອງຖິ່ນຕາມລໍານໍ້າໃນສະຖານທີ່ແຫ່ງນີ້, ຈົນເຮັດໃຫ້ຂ້າພະເຈົ້າຮູ້ສຶກວ່າ ນີ້ເອງຄືສະຫວັນເທິງດິນທີ່ແທ້ຈິງ.

 

 

ແຫຼ່ງຂໍ້ມູນ: ວາລະສານ ຈໍາປາເມືອງລາວ ສະບັບເດືອນ ພະຈິກ-ທັນວາ 2018