ພະນັກງານລັດ ລ້ຽງປາດຸກລາດເປັນສິນຄ້າ ເປັນອາຊີບສຳຮອງ ສ້າງລາຍຮັບເພີ່ມ

 

ການລ້ຽງປາເປັນສິນຄ້າ ແມ່ນກິດຈະການໜຶ່ງທີ່ຫຼາຍຄົນປະກອບເປັນອາຊີບ ແລະ ປະສົບຜົນສຳເລັດ ເຮັດໃຫ້ຄອບ

ຄົວຮັ່ງມີເຂັ້ມແຂງໄດ້ ຍ້ອນເຫັນແນວນັ້ນ ທ່ານ ໂມໄວ ອາຍຸ 53 ປີ ອາຊີບພະນັກງານຢູ່ບ້ານໃຫຍ່ວຽງຄຳ ເມືອງປາກກະ

ດິງ ແຂວງບໍລິຄຳໄຊ ຈຶ່ງຕັດສີນໃຈອອກທຶນຂອງຕົນ ເພື່ອທົດລອງລ້ຽງປາດຸກລາດ ຫາກການລ້ຽງ ແລະ ຕະຫຼາດປະສົບ

ຜົນກໍຈະຖືເປັນອາຊີບສຳຮອງ, ທ່ານ ໂມ ໃຫ້ສຳພາດຕໍ່ແຫຼ່ງຂ່າວເມືອງປາກກະດິງວ່າ: ຍ້ອນຢາກໃຫ້ມີລາຍຮັບເຂົ້າສູ່

ຄອບຄົວຕື່ມ ເພື່ອພັດທະນາໃຫ້ເປັນຄອບຄົວທີ່ຮັ່ງມີ ຕົນເອງຈຶ່ງໄດ້ຄົ້ນຄິດ ແລະ ປຶກສາກັບຄອບຄົວຕັດສີນໃຈລົງທຶນ

45 ລ້ານກີບ ລ້ຽງປາດຸກລາດ ເຊິ່ງ ໄດ້ເລີ່ມກິດຈະກຳນີ້ມາແຕ່ປີ 2013, ເບື້ອງຕົ້ນແມ່ນລົງທຶນເຮັດໜອງລ້ຽງຈຳນວນ

1 ໜອງ ຂະໜາດ 60 x 120 ແມັດ ມູນຄ່າ 20 ລ້ານກີບ ແລະ ຊື້ປາດຸກລາດມາລ້ຽງ ໃນຕົ້ນເດືອນ ມີຖຸນາ 2014 ຈຳ

ນວນ 20 ພັນໂຕ ເປັນເງິນ 20 ລ້ານກີບ ແລະ ຊື້ຫົວອາຫານ 5 ລ້ານກີບ, ທ່ານ ໂມ ກ່າວອີກວ່າ: ປະຈຸບັນລ້ຽງມາໄດ້ 2

ເດືອນກ່ວາແລ້ວ ແລະ ຄາດວ່າ ຈະສາມາດຂາຍອອກໄດ້ໃນລະຫວ່າງເດືອນພະຈິກ ຫາ ເດືອນທັນວາ 2014 ນີ້, ຖ້າວ່າ

ປາດຸກລາດທີ່ລ້ຽງນັ້ນ ມີການຈະເລີນເຕີບໂຕຕາມການຄາດຄະເນ ກໍຈະມີລາຍຮັບປະມານ 100 ລ້ານກີບ ແລະ ຈະມີ

ກຳໄລປະມານ 50 ລ້ານກ່ວາກີບ ຖ້າການລ້ຽງຄັ້ງນີ້ປະສົບຜົນສຳເລັດຕາມແຜນທີ່ຄາດຄະເນ ຈະຂະຫຍາຍໜອງປາ

ອອກຕື່ມ2 ໜອງ.

 

ແຫລ່ງຂ່າວ: ໜັງສືພິມປະຊາຊົນ