spot_img
Homeຂ່າວທ້ອງຖິ່ນພະນັກງານການບິນລາວຮັບຜົນກະທົບໜັກຊ່ວງໂຄໂຣນາລະບາດ ບາງຈຳນວນຖືກພັກງານໂດຍບໍ່ມີເງິນເດືອນ

ພະນັກງານການບິນລາວຮັບຜົນກະທົບໜັກຊ່ວງໂຄໂຣນາລະບາດ ບາງຈຳນວນຖືກພັກງານໂດຍບໍ່ມີເງິນເດືອນ

Published on

ການລະບາດຂອງໄວຣັສໂຄໂຣນາ ຫຼື ໂຄວິດ-19 ໄດ້ສົ່ງຜົນກະທົບຕໍ່ເສດຖະກິດຂອງໂລກຢ່າງໜັກ ເຊິ່ງໃນປະເທດລາວເຮົາເຖິງແມ່ນວ່າຈະບໍ່ມີລາຍງານຜູ້ຕິດເຊື້ອ ແຕ່ກໍ່ໄດ້ຮັບຜົນກະທົບທາງອ້ອມ ເຊິ່ງໃນຂະແໜງການທ່ອງທ່ຽວ ແລະ ການຂົນສົ່ງທັງພາຍໃນ ແລະ ລະຫວ່າງປະເທດອາດເວົ້າໄດ້ວ່າເປັນຂະແໜງການທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດ.

ລັດວິສາຫະກິດການບິນລາວ ຕ້ອງໄດ້ນໍາໃຊ້ມາດຕະການປະຢັດຢ່າງເຂັ້ມງວດທີ່ສຸດ ຍ້ອນໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດອັກເສບປອດຮຸນແຮງທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ ຫລື COVID-19 ຈໍານວນຜູ້ໂດຍສານໂດຍລວມຫຼຸດລົງປະມານ 50%. ດັ່ງນັ້ນ, ບໍລິສັດ​ກໍ​ຈະໄດ້ດໍາເນີນມາດຕະການປະຢັດຢ່າງເຂັ້ມງວດທີ່ສຸດ, ລາຍຈ່າຍໃດທີ່ບໍ່ຈໍາເປັນ ແລະ ຮີບດ່ວນແມ່ນໃຫ້ເລື່ອນອອກໄປກ່ອນ, ພ້ອມນີ້ ໄດ້ລະດົມໃຫ້ພະນັກງານການບິນຈໍານວນໜຶ່ງທີ່ເຫລືອວຽກກໍ​ຂໍ​ຮຽກຮ້ອງ​ໃຫ້ສະໝັກໃຈພັກວຽກໄປກ່ອນໂດຍບໍ່ເອົາເງິນເດືອນ ແລະ ຖ້າຫາກ COVID-19 ຍັງສືບຕໍ່ແຜ່ລະບາດເປັນເວລາດົນອາດມີການຕັດເງິນ​ເດືອນ​ຂອງພະນັກງານສ່ວນໃດສ່ວນໜຶ່ງອີກ. ນອກຈາກນີ້ ລັດວິສາຫະກິດການບິນລາວ ໄດ້ສະເໜີຂໍທິດຊີ້ນໍາຈາກ​ລັດຖະບານ ​ເພື່ອຊ່ວຍແກ້ໄຂບັນຫາຕາມຄວາມເໝາະສົມ.

ທ່ານ ບຸນມາ ຈັນທະວົງສາ ຜູ້ອຳນວຍການໃຫຍ່ລັດວິສາຫະກິດການບິນລາວ ໃຫ້ສຳພາດກັບໜັງສືພິມລາຍວັນລາວພັດທະນາວ່າ ຍ້ອນການລະບາດຂອງ COVID-19 ເຮັດເສັ້ນທາງການບິນໄປຕ່າງປະເທດຂອງການບິນລາວຕ້ອງໄດ້ຢຸດໃຫ້ບໍລິການຊົ່ວຄາວ ​ເພື່ອ​ສະກັດ​ກັ້ນ​ໄວຣັສຮ້າຍ​ນີ້, ​ໃນ​ຂະນະ​ເສັ້ນທາງບິນໄປ ສປ ຈີນ ມີ 9 ເສັ້ນ, ປັດຈຸບັນຍັງເຫຼືອແຕ່ເສັ້ນທາງ ວຽງຈັນ-ຊາງຊາ ທີ່ຍັງໃຫ້ບໍລິການຢູ່ແຕ່ເປັນການເຊົ່າເໝົາລໍາເພື່ອຂົນສົ່ງ​ເຄື່ອງຊ່ວຍເຫຼືອດ້ານການແພດ ແລະ ຜູ້ໂດຍສານຈໍານວນໜຶ່ງທີ່ຕົກຄ້າງຢູ່ລາວໄປຈີນ, ສ່ວນເສັ້ນທາງການບິນຈາກລາວ​ໄປ ສ.ເກົາຫລີ ໄດ້ຢຸດ​ເປັນ​ການ​ຊົ່ວຄາວ​ແລ້ວໃນວັນທີ 29 ກຸມພາຜ່ານມານີ້. ປັດຈຸບັນ ເສັ້ນທາງບິນໄປຕ່າງປະເທດຂອງລາວທີ່ຍັງສືບຕໍ່ໃຫ້ບໍລິການຢູ່ລວມມີ: ວຽງຈັນ-ບາງກອກ, ວຽງຈັນ-ຊຽງໃໝ່, ວຽງຈັນ-ຮ່າໂນ້ຍ, ວຽງຈັນ-ໂຮຈິມິນ ແລະ ວຽງຈັນ-ສຽມລຽບ ແຕ່ຈຳນວນຜູ້ໂດຍສານມີພຽງ 20-30% ທຽບ​ກັບ​ຜ່ານ​ມາ ​ແລະ ຖ້າ​ພະຍາດ​ດັ່ງກ່າວ​ຍັງ​ສືບ​ຕໍ່​ຮ້າຍ​ແຮງ​ຂຶ້ນໃນຕໍ່ໜ້າອາດຫຼຸດຖ້ຽວບິນໄປປະເທດໃກ້ຄຽງນີ້ລົງອີກ. ສ່ວນສາຍການບິນພາຍໃນແມ່ນຍັງສືບຕໍ່ໃຫ້ບໍລິການເປັນປົກກະຕິ, ແຕ່ຈໍານວນຜູ້ໂດຍສານໃນແຕ່ລະເສັ້ນທາງກໍ່ຫຼຸດລົງຫຼາຍ​ເຊັ່ນ​ກັນເມື່ອທຽບໃສ່ເມື່ອກ່ອນ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...