spot_img
Homeຂ່າວຕ່າງປະເທດພະຍາດປິດສະໜາກໍາລັງລະບາດໃນບາງເຂດຂອງປະເທດອິນເດຍ

ພະຍາດປິດສະໜາກໍາລັງລະບາດໃນບາງເຂດຂອງປະເທດອິນເດຍ

Published on

ເວັບໄຊ້ Thairath ໄດ້ລາຍງານວ່າ ໃນເຂດຊານເມືອງໃນລັດອຸດຕອນຂອງປະເທດອິນເດຍກໍາລັງປະເຊີນກັບການແຜ່ກະຈາຍຂອງພະຍາດປິດສະໜາທີ່ມີອາການຄ້າຍຄືກັບໄຂ້ເລືອດອອກ ຈົນເຮັດໃຫ້ມີຜູ້ເສຍຊີວິດແລ້ວເຖິງ 50 ຄົນ ເຊິ່ງສ່ວນໃຫຍ່ເປັນເດັກນ້ອຍ ແລະ ມີຜູ້ຕ້ອງເຂົ້ານອນໂຮງໝໍອີກຫຼາຍຮ້ອຍຄົນ.

ອາການຂອງໄຂ້ປິດສະໜາດັ່ງກ່າວແມ່ນມີໄຂ້ຂຶ້ນສູງ, ເຫື່ອອອກ ແລະ ຫຼາຍຄົນມີອາການປວດຕາມຂໍ້ກະດູກ, ເຈັບຫົວ, ປວດຮາກ ແລະ ເກີດພາວະຮ່າງກາຍຂາດນໍ້າ. ຈົນເຖິງຕອນນີ້ມີຜູ້ເສຍຊີວິດຈາກພະຍາດປິດສະໜາດັ່ງກ່າວຢ່າງໜ້ອຍ 50 ຄົນ ສ່ວນໃຫຍ່ເປັນເດັກນ້ອຍ ແລະ ມີອີກຫຼາຍຮ້ອຍຄົນທີ່ເຂົ້າຮັບການປິ່ນປົວໃນໂຮງໝໍ ແລະ ຜູ້ເສຍຊີວິດທຸກຄົນມີຜົນກວດໂຄວິດທີ່ເປັນລົບ (ບໍ່ຕິດເຊື້ອໂຄວິດ).

ທ່ານໝໍຫຼາຍຄົນບອກວ່າສາເຫດອາດຈະເກີດມາຈາກເຊື້ອໄວຣັສໄຂ້ເລືອດອອກແດງກີທີ່ເຮັດໃຫ້ເກີດມີອາການດັ່ງກ່າວ ເນື່ອງຈາກຜູ້ທີ່ເຂົ້າມາປິ່ນປົວສ່ວນໃຫຍ່ແມ່ນມີເມັດເລືອດທີ່ຫຼຸດລົງ ເຊິ່ງເປັນອາການຂອງຜູ້ທີ່ເປັນໄຂ້ເລືອດອອກທີ່ມີອາການໜັກ. ແຕ່ເຖິງຢ່າງໃດກໍຕາມທາງແພດກໍຍັງບໍ່ສາມາດສະຫຼຸບໄດ້ຊັດເຈນວ່າພະຍາດປິດສະໜາດັ່ງກ່າວມີສາເຫດມາຈາກເຊື້ອໄວຣັສແດງກີ ຕອນນີ້ຕ້ອງມີການກວດສອບ ແລະ ວິເຄາະຕ່າງໆຢ່າງລະອຽດ ເພື່ອລະບຸວ່າສາເຫດຂອງພະຍາດນີ້ເກີດຈາກເຊື້ອໄວຣັສແດງກີພຽງຢ່າງດຽວຫຼືບໍ່ ຫຼື ມີໄວຣັສອື່ນເຂົ້າມາກ່ຽວຂ້ອງນໍາ.

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...