spot_img
Homeຂ່າວທ້ອງຖິ່ນ ພະຍາດຄໍຕີບ​ລະບາດຢູ່ແຂວງວຽງຈັນມີ​ຜູ້​ເສຍ​ຊີວິດແລ້ວ 2 ຄົນ

ພະຍາດຄໍຕີບ​ລະບາດຢູ່ແຂວງວຽງຈັນມີ​ຜູ້​ເສຍ​ຊີວິດແລ້ວ 2 ຄົນ

Published on

khortiv

ປັດຈຸບັນພະຍາດຄໍຕີບ​ອັກ​ເສບໄດ້ລະບາດຢູ່ 6 ບ້ານຂອງເມືອງແມດແຂວງວຽງ ຈັນຄື ບ້ານສາມັກຄີໄຊ, ນາສະຫວ່າງ,ນາອຸດົມ,ປາກແພນ, ຫ້ວຍຕົມ ແລະ ນາດີ, ເຮັດໃຫ້ມີຜູ້ເສຍຊີວິດແລ້ວ 2 ຄົນ ແລະ ພົບຜູ້ຕິດເຊື້ອພະຍາດດັ່ງກ່າວຫລາຍກວ່າ 10ຄົນ.

ຕາມ​ການ​ລາຍງານ​ຂອງ ທ່ານ ດຣ. ສີທົນ ຕັນມິງ ຫົວໜ້າຫ້ອງການສາທາ ລະນະສຸກເມືອງ​​ແມດໃນວັນທີ 24 ມິຖຸນານີ້ວ່າ: ນັບແຕ່ຕົ້ນເດືອນມິຖຸນານີ້ ຫ້ອງ ການສາທາລະນະສຸກເມືອງໄດ້ຮັບແຈ້ງວ່າມີເຊື້ອພະຍາດລະບາດເກີດຂຶ້ນທີ່ບ້ານສາມັກຄີໄຊ, ເຊິ່ງເຮັດໃຫ້ມີຄົນເສຍຊີວິດ 2 ຄົນເປັນ​ເດັກຊາຍອາຍຸ 8 ປີ ແລະ 5 ປີ,ຈາກນັ້ນ ທາງຫ້ອງການສາທາລະນະສຸກເມືອງຈິ່ງໄດ້ລົງເກັບກຳຂໍ້ມູນຈິ່ງຮູ້ວ່າເປັນພະ

ຍາດຄໍຕີບອັກເສບ ແລະ ໄດ້ກວດພະຍາດໃຫ້ປະຊາຊົນບ້ານດັ່ງກ່າວສາມາດພົບຜູ້ຕິດເຊື້ອອີກ 6 ຄົນ, ຈາກນັ້ນຈິ່ງໄດ້ລາຍງານ ໃຫ້ແຂວງ ແລະ ສູນກາງຮັບຊາບ ແລະ ໄດ້ສົ່ງທີມງານມາຊ່ວຍ, ເຊິ່ງມາ​ຈາກອົງການລະບາດວິທະຍາກະຊວງສາທາລະນະ ສຸກ, ອົງການອະນາໄມໂລກ, ສາທາລະນະສຸກແຂວງ ແລະ ແພດຈາກເມືອງເຟືອງ ແລະ ເມືອງອ້ອມຂ້າງມາຊ່ວຍ, ມາຮອດ ປັດຈຸບັນເຊື້ອພະຍາດດັ່ງກ່າວໄດ້ຂະຫຍາຍໄປເປັນ 6 ບ້ານ ແລະ ພົບຜູ້ມີເຊື້ອພະຍາດດັ່ງກ່າວທັງຫມົດ 12 ຄົນ ແລະ ຜູ້ມີອາການສົງໄສອີກຈຳນວນໜຶ່ງ.

ຕໍ່​ກັບ​ເຫດການ​ດັ່ງກ່າວ​ທາງ​ເມືອງ​ໄດ້​ສົມທົບ​ກັບ​ສູນ​ກາງ, ​ແຂວງ​ ແລະ​ ເມືອງ​ອ້ອມ​ຂ້າງ​ລົງ​ສັກ​ຢາ​ວັກ​​ແຊງ​ປ້ອງກັນ​ພະຍາດ​ດັ່ງກ່າວ​ໃຫ້​ເດັກນ້ອຍ​ອາຍຸ​ 14 ປີ​ລົງ​ມາ​ຢູ່​ບ້ານ​ເປົ້າໝາຍ, ພ້ອມ​ທັງ​ມີ​ແຜນ​ລົງ​ສັກ​ຢາ​ວັກ​​ແຊງໃຫ້​ຄົບ​ທຸກ​ບ້ານ​ພາຍ​ໃນ​ເມືອງ ແລະ ​ແຈກ​ຢາກິນ​ໃຫ້​ຜູ້​ທີ່​ມີ​ອາການ​ສົງ​ໄສ​, ​ຄອບຄົວ​ຜູ້​ທີ່​ມີ​ເຊື້ອ​ພະຍາດ ແລະ ​ໃຫ້​ຄວາມ​ຮູ້​ດ້ານ​ສຸຂະ​ສຶກສາ​ວິທີ​ປ້ອງ​ກັນ​ພະຍາດ​ດັ່ງກ່າວ,​ ແນະນຳ​ບໍ່​ໃຫ້​ບຸກຄົນ​ພາຍ​ໃນ​ບ້ານ​ເປົ້າ​ໝາຍ​ເຄື່ອນ​ຍ້າຍ​ໄປ​ບ່ອນ​ອື່ນເພາະ​ຈະ​ເປັນ​ການ​ຂະຫຍາຍ​ເຊື້ອ​ພະຍາດ​, ພ້ອມ​ນີ້​ທາງ​ທີ​ມງານ​ຂອງ​ເມືອງ, ​ແຂວງ​ ແລະ​ ສູນ​ກາງ ​ໄດ້​ລົງ​ຕິ​ມຕາມ​ກຸ່ມ​ເປົ້າ​ຫມາຍ​ຢ່າງ​ໃກ້ຊິດມາ​ຮອດ​ປັດຈຸ​ບັນ ​ແມ່ນ​ສາມາດຄວບ​ຄຸມ​ເຊື້ອ​ພະຍາດ​ດັ່ງກ່າວ​ໄດ້​ແລ້ວ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...