spot_img
Homeປະຊາສຳພັນຝົນຕົກໜັກ ນ້ຳຊັນຂຶ້ນສູງ! ອຸຕຸນິຍົມຯເຕືອນ ຜູ້ອາໄສຢູ່ບໍລິເວນນ້ຳຊັນ ເຝົ້າລະວັງໄພນ້ຳຖ້ວມ!

ຝົນຕົກໜັກ ນ້ຳຊັນຂຶ້ນສູງ! ອຸຕຸນິຍົມຯເຕືອນ ຜູ້ອາໄສຢູ່ບໍລິເວນນ້ຳຊັນ ເຝົ້າລະວັງໄພນ້ຳຖ້ວມ!

Published on

ຂປລ. ກົມ​ອຸຕຸນິຍົມ ​ແລະ ອຸ​ທົກ​ກະສາ​ດ, ກະຊວງຊັບພະຍາກອນທຳ​ມະ​ຊາດ ​ແລະ ສິ່ງ​ແວ​ດລ້ອມ ໄດ້ອອກແຈ້ງເຕືອນ ​ໃຫ້​ປະຊາຊົນທີ່​ອາ​ໄສ​ຢູ່​ບໍລິ​ເວນ​​ນ້ຳ​ຊັນ ​ແຂວງ​ບໍລິ​ຄຳ​ໄຊ ​ໃຫ້​ເຝົ້າ​ລະວັງ​ໄພ​ນໍ້າຖ້ວມ ​ເນື່ອງ​ຈາກ​ວ່າ ມີຝົນຕົກຕິດຕໍ່ກັນຫລາຍວັນ ໃນອາທິດຜ່ານມາ ໄດ້ເຮັດໃຫ້ລະດັບນໍ້າຊັນ ສູງຂຶ້ນກາຍເຂດລະວັງໄພ ໂດຍສະເພາະ ລະດັບນໍ້າຢູ່ຈຸດວັດແທກເມືອງເກົ່າ ຕອນ​ເຊົ້າ​ວັນ​ທີ 14 ກໍລະກົດນີ້, ວັດແທກໄດ້ 7.08 ແມັດ (ເຂດອັນຕະລາຍ 8 ແມັດ) ​ແລະ ສະພາບຝົນຍັງຈະສືບຕໍ່ຕົກ ໃນລະດັບຄ່ອຍຫາປານກາງ ໃນໄລຍະ 1-2 ວັນຕໍ່ໜ້າ ເຊິ່ງຈະເຮັດໃຫ້ລະດັບນໍ້າສູງຂຶ້ນຕື່ມອີກ.


ຕໍ່ກັບບັນຫາດັ່ງກ່າວ, ກົມ​ອຸຕຸນິຍົມ ​ແລະ ອຸ​ທົກ​ກະສາ​ດ ຈຶ່ງຂໍແຈ້ງເຕືອນເຖິງ ອຳນາດການປົກຄອງທຸກພາກສ່ວນ ແລະ ພໍ່ແມ່ປະຊາຊົນ ຈົ່ງມີສະຕິລະມັດລະວັງ ຕໍ່ສະພາບນໍ້າຖ້ວມ ແລະ ໃຫ້ເກັບມ້ຽນວັດຖຸສິ່ງຂອງ ໄວ້ບ່ອນທີ່ສູງ ພ້ອມເຄື່ອນຍ້າຍສັດລ້ຽງ ໄປໄວ້ບ່ອນທີ່ປອດໄພ ແລະ ຕິດຕາມການລາຍງານຂ່າວ ພະຍາກອນອາກາດ ແລະ ລະດັບນໍ້າຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ເປັນປະຈຳ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...