spot_img
Homeຂ່າວນໍ້າຖ້ວມຝົນຕົກໜັກຕິດຕໍ່ກັນ! ນ້ຳອູຜົ້ງສາລີໄຫລຖ້ວມເຮືອນປະຊາຊົນ

ຝົນຕົກໜັກຕິດຕໍ່ກັນ! ນ້ຳອູຜົ້ງສາລີໄຫລຖ້ວມເຮືອນປະຊາຊົນ

Published on

ເວັບໄຊຂ່າວ ເສດຖະກິດ-ການຄ້າ ລາຍງານເມື່ອວັນທີ 26 ມິຖຸນາ 2018ວ່າ ປະລິມານນ້ຳອູທີ່ແຂວງ ຜົ້ງສາລີ ເພີ່ມຂຶ້ນສູງຖ້ວມເຮືອນປະຊາຊົນທີ່ອາໃສຢູ່ຕາມແຄມຝັ່ງ ເນື່ອງຈາກເກີດມີຝົນຕົກໜັກນັບແຕ່ວັນທີ 24-26 ມິຖຸນາ 2018. ຕາມການສຳພາດປະຊາຊົນ ບ້ານ ເມືອງຂວາ ທ່ານໜຶ່ງໃຫ້ຮູ້ວ່າ ປັດຈຸບັນນ້ຳໄດ້ຖ້ວມເຮືອນປະຊາຊົນຈຳນວນໜຶ່ງແລ້ວ ແລະ ມື້ນີ້ (26 ມິຖຸນາ) ເວລາປະມານ 14:00 ໂມງ ປະລິມານນ້ຳຍັງເພີ່ມຂຶ້ນ ແລະ ຝົນກໍ່ຍັງຕົກຕໍ່ເນື່ອງ ເຊີ່ງມີປະຊາຊົນຈຳນວນໜຶ່ງໄດ້ຂົນເຄື່ອງໜີນ້ຳໄປໄວ້ໃນທີ່ສູງແລ້ວ

ທ່ານ ພອນພະຈັນ ໂຄດສີດາ ວິຊາການຂອງຂະແໜງອຸຕຸນິຍົມ ແລະ ອຸທົກກະສາດ ແຂວງ ຜົ້ງສາລີ ກ່າວວ່າ “ທີ່ແຂວງຜົ້ງສາລີ ຝົນໄດ້ເລີ່ມຕົກແຕ່ວັນທີ 24 ຈົນຮອດ ວັນທີ 26 ມິຖຸນາ 2018(ມື້ນີ້) ເຊິ່ງຝົນໄດ້ຕົກຕະຫຼອດມື້ ແລະ ຕົກໜັກໃນວັນທີ 25-26 ມິຖຸນາ ຈົນເຮັດໃຫ້ເກີດມີນ້ຳຖ້ວມເທດສະບານເມືອງໃນປະລິມານສູງພໍສົມຄວນ ແລະ ສາມາດວັດປະລິມານນ້ຳຝົນໃນວັນທີ 25 ມິຖຸນາ 2018 ໄດ້ທີ່ 73,4 ມິນລິແມັດ ຕໍ່ 24 ຊົ່ວໂມງ ແລະ ວັນທີ 26 ມິຖຸນາ 2018 ໄດ້ທີ່ 30,0 ມິນລິແມັດ ຕໍ່ 24 ຊົ່ວໂມງ. ສ່ວນດ້ານປະລິມານນ້ຳອູທີ່ເພີ່ມສູງຂຶ້ນນັ້ນ ພວກເຮົາກໍ່ຍັງໄດ້ລົງໄປເບິ່ງ ແລະ ເກັບກຳຕົວຈິງ ເຊິ່ງສາຍນ້ຳອູໄດ້ໄຫລຜ່ານ 5 ເມືອງໃນແຂວງຜົ້ງສາລີ ແລະ ຜ່ານຫຼາຍໝູ່ບ້ານ” .

https://www.facebook.com/1940778559506824/videos/2026298097621536/?hc_ref=ARQ3VgNYnqZYtEraRqvFbGCH0_yyGsmItm4HU8cJK6riZ6wWtlL65HB6LtnGTUjsR0I&fref=nf

 

ຂ່າວຈາກ: ເສດຖະກິດ-ການຄ້າ
ຮູບພາບຈາກ: ລາວ 360 ອົງສາ’
ວິດີໂອຈາກ: Txijnkawm Kevlwjsiab

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...