spot_img
Homeຂ່າວຕ່າງປະເທດຝຣັ່ງກຳລັງສ້າງຂີປະນາວຸດໄຮເປີໂຊນິກໄວກວ່າສຽງ 5 ເທົ່າ ຂົ່ມສະຫະລັດ-ລັດເຊຍ-ຈີນ

ຝຣັ່ງກຳລັງສ້າງຂີປະນາວຸດໄຮເປີໂຊນິກໄວກວ່າສຽງ 5 ເທົ່າ ຂົ່ມສະຫະລັດ-ລັດເຊຍ-ຈີນ

Published on

ເດິຊັນລາຍງານ ຝຣັ່ງກຳລັງສ້າງຂີປະນາວຸດໄຮເປີໂຊນິກ ຄວາມໄວສູງສຸດ 6.400ກິໂລແມັດຕໍ່ຊົ່ວໂມງ (ຄວາມໄວເໜືອແສງ 5 ເທົ່າຂຶ້ນໄປ) ທີ່ສາມາດປະຕິບັດການໄດ້ຢ່າງສົມບູນແຂ່ງກັບລັດເຊຍ, ຈີນ ແລະ ສະຫະລັດ. 

ລາຍງານຂ່າວລະບຸວ່າ ກະຊວງປ້ອງກັນປະເທດຝຣັ່ງມີເປົ້າໝາຍສ້າງຂີປະນາວຸດໄຮເປີໂຊນິກພາຍໃນ 2 ປີຕໍ່ໜ້າ ເຊິ່ງມັນໝາຍຄວາມວ່າພວກເຂົາຈະກາຍເປັນປະເທດທຳອິດໃນເອີຣົບທີ່ພັດທະນາອາວຸດທີ່ມີຄວາມໄວໄດ້ຢ່າງໜ້ອຍ 5 ເທົ່າຂອງສຽງ, ເຊິ່ງຂີປະນາວຸດຄວາມໄວສູງຂະໜາດນີ້ຈະຊ່ວຍໃຫ້ຝຣັ່ງມີຄວາມລໍ້າໜ້າເໜືອລະບົບເຊັນເຊີຕໍ່ຕ້ານຂີປະນາວຸດໃດໆ ລວມເຖິງຂີປະນາວຸດສະກັດກັ້ນທີ່ອອກແບບມາສຳລັບຕໍ່ຕ້ານຂີປະນາວຸດຮຸ້ນເກົ່າທີ່ມີຄວາມໄວຊ້າກວ່າ. 

ຄວາມເຄື່ອນໄຫວດັ່ງກ່າວເຮັດໃຫ້ຕອນນີ້ ຝຣັ່ງກ້າວຂຶ້ນມາແຂ່ງຂັນກັບສະຫະລັດ, ຈີນ ແລະ ລັດເຊຍ ໃນການມີຂີປະນາວຸດໄຮເປີໂຊນິກເປັນປະເທດທຳອິດຂອງໂລກ.

 

 

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: mgronline

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...