spot_img
Homeຂ່າວພາຍ​ໃນຜົນການແຂ່ງຂັນບານເຕະ AFF SUZUKI CUP 2016 ນັດ ທີມຊາດກຳປູເຈຍ ເຈົ້າພາບ ພົບກັບ ທີມຊາດລາວ

ຜົນການແຂ່ງຂັນບານເຕະ AFF SUZUKI CUP 2016 ນັດ ທີມຊາດກຳປູເຈຍ ເຈົ້າພາບ ພົບກັບ ທີມຊາດລາວ

Published on

ການແຂ່ງຂັນບານເຕະ AFF SUZUKI CUP 2016 ຮອບຄັດເລືອກ ວັນທີ 15 ຕຸລາ ມີການແຂ່ງຂັນ 2 ຄູ່ ຄູ່ທີ 1 ເປັນການລົງສະໜາມ ແຂ່ງຂັນລະຫວ່າງ ທີມຊາດບຣູໄນ ພົບກັບ ທີມຊາດຕີມໍເລສເຕ ໂດຍທີ່ຜົນການແຂ່ງຂັນ 90 ນາທີ ໄຊຊະນະຕົກເປັນຂອງ ທີມຊາດບຣູໄນ ທີ່ເອົາຊະນະ ທີມຊາດຕີມໍເລສເຕ ໄປ 2 ປະຕູຕໍ່ 1.

ການແຂ່ງຂັນໃນຄູ່ທີ 2 ເປັນການລົງສະໜາມ ແຂ່ງຂັນກັນລະຫວ່າງ ທີມຊາດກຳປູເຈຍ ເຈົ້າພາບ ພົບກັບ ທີມຊາດລາວ ແລະ ໃນເກມນີ້ ທີມຊາດລາວ ບໍ່ມີກອງໜ້າຈາກ ສະໂມສອນລ້ານຊ້າງ ຄຳແພງ  ໄຊຍະວຸດທິ ເນື່ອງຈາກວ່າ ມີອາການເຈັບ ບໍລະເວນຂໍ້ຂາຂວາ ໃນນັດທີ່ ທີມຊາດລາວ ສະເໝີກັບ ທີມຊາດມາລດີບ 1 ປະຕູຕໍ່ 1. ການແຂ່ງຂັນໃນ ເຄິ່ງເວລາທຳອິດ ທີມຊາດກຳປູເຈຍ ສາມາດຍິງປະຕູຂຶ້ນນຳ ໂດຍການຈຸດໂທດ ຂອງ Mony Udom ໃນນາທີທີ 43 ຈົບເຄິ່ງເວລາທີ 1 ທີມຊາດກຳປູເຈຍ ຂຶ້ນນຳ ທີມຊາດລາວ 1 ປະຕູຕໍ່ 0. ການແຂ່ງຂັນ ໃນເຄິ່ງເວລາທີ 2 ທີມຊາດລາວ ສາມາດສ້າງສັນເກມບຸກຂຶ້ນມາ ແລະ ສາມາດຍິງປະຕູ ຕີສະເໝີໄດ້ ໃນນາທີທີ 52 ໂດຍການຍິງຂອງ ສຸກສະຫວັດ. ຫຼັງຈາກທີ່ ທີມຊາດລາວ ສາມາດຕີສະເໝີໄດ້ ເກມບຸກຂອງ ທີມຊາດລາວ ກໍ່ເລີ່ມຄ່ອຍລົ່ງ ແລະ ເປັນທາງ ທີມຊາດກຳປູເຈຍ ທີ່ປັ້ນເກມບຸກໃສ່ທີມຊາດລາວ ແລະ ທີມຊາດກຳປູເຈຍ ກໍ່ມາໄດ້ປະຕູໄຊ ໃນຊ່ວງທ້າຍເກມ ຈາກ Chhoeun ໃນນາທີ່ 81 ແລະ ໃນຊ່ວງເວລາທີ່ເຫຼືອ ທີມຊາດລາວ ກໍ່ໄດ້ພະຍາຍາມບຸກໃສ່ ທີມຊາດກຳປູເຈຍ ແຕ່ກໍ່ບໍ່ເປັນຜົນ. ຈົບເກມ ທີມຊາດກຳປູເຈຍ ເອົາຊະນະ ທີມຊາດລາວ 2 ປະຕູຕໍ່ 1.

ຕາຕະລາງ ຄະແນນ
ອັນດັບທີ 1 ທີມຊາດບຣູໄນ ມີ 3 ຄະແນນ ຈາກການ ຊະນະ 1 ສະເໝີ 0 ເສຍ 0 ຍິງໄດ້ 2 ປະຕູ ເສຍ 1 ປະຕູ
ອັນດັບທີ 2 ທີມຊາດກຳປູເຈຍ ມີ 3 ຄະແນນ ຈາກການ ຊະນະ 1 ສະເໝີ 0 ເສຍ 0 ຍິງໄດ້ 2 ປະຕູ ເສຍ 1 ປະຕູ
ອັນດັບທີ 3 ທີມຊາດລາວ ມີ 0 ຄະແນນ ຈາກການ ຊະນະ 0 ສະເໝີ 0 ເສຍ 1 ຍິງໄດ້ 1 ປະຕູ ເສຍ 2 ປະຕູ
ອັນດັບທີ 4 ທີມຊາດຕີມໍເລສເຕ ມີ 0 ຄະແນນ ຈາກການ ຊະນະ 0 ສະເໝີ 0 ເສຍ 1 ຍິງໄດ້ 1 ປະຕູ ເສຍ 2 ປະຕູ

ຕາຕະລາງການແຂ່ງຂັນ ທີ່ຍັງເຫຼືອ
ວັນທີ 18 ຕຸລາ
ເວລາ 15:30 ທີມຊາດຕີມໍເລສເຕ ພົບກັບ ທີມຊາດລາວ
ເວລາ 18:30 ທີມຊາດບຣູໄນ ພົບກັບ ທີມຊາດກຳປູເຈຍ
ວັນທີ 21 ຕຸລາ

ເວລາ 18:30 ທີມຊາດລາວ ພົບກັບ ທີມຊາດບຣູໄນ
ເວລາ 18:30 ທີມຊາດກຳປູເຈຍ ພົບກັບ ທີມຊາດຕີມໍເລສເຕ

ເຖິງຢ່າງໃດກໍ່ຕາມ ທີມຊາດລາວ ແມ່ນໄດ້ເຮັດເຕັມທີ່ແລ້ວ ແລະ ພວກເຮົາມາຮ່ວມສົ່ງກຳລັງໃຈ ໄປໃຫ້ພວກເຂົາ ໃຫ້ສາມາດຜ່ານຜາອຸປະສັກ ແລະ ສ້າງຜົນງານໃນການແຂ່ງຂັນອີກ 2 ນັດທີ່ເຫຼືອ ໃຫ້ໄດ້ດີ ໃຫ້ສາມາດຜ່ານເຂົ້າໄປແຂ່ງຂັນໃນຮອບ ສຸດທ້າຍໃນລາຍການນີ້ ໃຫ້ສຳເລັດ.

785-1

4911 1769 1768 1767 5069 8084

ຂ່າວຈາກ: 
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...