spot_img
Homeຂ່າວຕ່າງປະເທດຜົນການສຶກສາຊີ້ ມະຫາເສດຖີເອີຣົບ ລວຍກ່ວາມະຫາເສດຖີອາເມຣິກາ ແລະ ຈີນ! ແຕ່ມະຫາເສດຖີຈີນ ມີອາຍຸນ້ອຍກ່ວາ!

ຜົນການສຶກສາຊີ້ ມະຫາເສດຖີເອີຣົບ ລວຍກ່ວາມະຫາເສດຖີອາເມຣິກາ ແລະ ຈີນ! ແຕ່ມະຫາເສດຖີຈີນ ມີອາຍຸນ້ອຍກ່ວາ!

Published on

EyWwB5WU57MYnKOuXxzrrrr9ts2ecq2Mi7vuwaXRNF65FSR5NrqPdY

ຜົນການສຶກສາລ່າສຸດລະບຸວ່າ ມະຫາເສດຖີເອີຣົບມີຊັບສິນສະເລ່ຍ ຫລາຍກ່ວາມະຫາເສດຖີອາເມຣິກາ ແລະ ຈີນ ແຕ່ວ່າມະຫາເສດຖີຈີນ ມີອາຍຸສະເລ່ຍໜ້ອຍທີ່ສຸດ.

ສຳນັກຂ່າວເບນກ້າ (Belga) ຂອງແບນຊິກ ລາຍງານໃນວັນທີ 26 ພຶດສະພາຜ່ານມານີ້ວ່າ ຜົນການສຶກສາຂອງທະນາຄານຢູບີເອັສ ຂອງປະເທດສະວິດ ແລະ ສຳນັກງານທີ່ປຶກສາ PwC ໄດ້ສະແດງໃຫ້ເຫັນວ່າ ມະຫາເສດຖີເອີຣົບ ມີຊັບສິນສະເລ່ຍ 5,700​ ລ້ານໂດລາ ເຊິ່ງຫລາຍກ່ວາຊັບສິນສະເລ່ຍຂອງມະຫາເສດຖີອາເມຣິກັນ ແລະ ຈີນ, ໂດຍຊັບສິນສະເລ່ຍຂອງມະຫາເສດຖີອາເມຣິກາ ແມ່ນເທົ່າກບ 4,500 ລ້ານໂດລາ ສ່ວນມະຫາເສດຖີຈີນ ມີຊັບສິນສະເລ່ຍເທົ່າກັບ 3,200 ລ້ານໂດລາ.  ແນວໃດກໍຕາມ ເຖິງແມ່ນມະຫາເສດຖີຈີນ ຈະມີຊັບສິນສະເລ່ຍໜ້ອຍກ່ວາ ແຕ່ພວກເຂົາກໍມີອາຍຸສະເລ່ຍໜ້ອຍກ່ວາ ບັນດາມະຫາເສດຖີເອີຣົບ ແລະ ອາເມຣິກາເຖິງ 10 ປີ ຄືອາຍຸສະເລ່ຍຂອງມະຫາເສດຖີຈີນນັ້ນ ແມ່ນຢູ່ພຽງແຕ່ 57 ປີເທົ່ານັ້ນ ໂດຍການສຶກສາວິໄຈດັ່ງກ່າວນີ້ ແມ່ນໄດ້ມາຈາກແບບສອບຖາມບັນດາມະຫາເສດຖີ ຈຳນວນ 1,300 ຄົນ ໃນຊ່ວງ 20 ປີຜ່ານມາ.

 

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...